ສັນຍານໃໝ່ໃຫ້ແກ່ການໂອ້ລົມສົນທະນາໂດຍສັນຕິລະຫວ່າງ ອາບການິດສະຖານ ແລະ ຕາລີບານ


ສັນຍານໃໝ່ໃຫ້ແກ່ການໂອ້ລົມສົນທະນາໂດຍສັນຕິລະຫວ່າງ ອາບການິດສະຖານ ແລະ ຕາລີບານ - ảnh 1
​ເຈົ້າ​ໜ້າ​ທີ່​ຫຼັກ​​ແຫຼ່ງຂອງ ຕາ​ລີ​ບານ ​ແມ່ນ Mallah Abdul Ghani Baradar ພວມຖືກັກຂັງ ຢູ່ ປາກິດສະຖານ
(ພາບ: Times Live)

(vovworld) - ບັນດາ​ຜູ້ຕາງໜ້າ​ຂອງ​ລັດຖະບານ ອາບ​ກາ​ນິດ​ສະຖານ ​ໄດ​້ມີ​ການ​ພົບ​ປະ​​ລັບ​ກັບ​ເຈົ້າ​ໜ້າ​ທີ່​ຫຼັກ​ແຫຼ່ງຜູ້​ໜຶ່ງຂອງ ຕາ​ລີ​ບານ ທີ່​ພວມ​ຖືກ​ກັກ​ຂັງ​ຢູ່​ຄຸກ​ແຫ່ງ​ໜຶ່ງ​ຂອງ ປາ​ກິດ​ສະຖານ. ນີ້​ແມ່ນ​ການ​ກະທຳ​ອາດ​ຈະ​ນຳ​ມາ​ເຊິ່ງຄວາມ​ຫວັງ​ໃໝ່​ກ່ຽວ​ກັບ​ການ​ໂອ້​ລົມ​ສົນທະນາ​​ໂດຍສັນຕິລະຫວ່າງ 2 ຝ່າຍ. ຕາມ​ແຫຼ່ງຂ່າວ​ຈາກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາບ​ກາ​ນິດ​ສະຖານ​ແລ້ວ ​ເຈົ້າ​ໜ້າ​ທີ່​ຫຼັກ​​ແຫຼ່ງຂອງ ຕາ​ລີ​ບານ ​ແມ່ນ Mallah Abdul Ghani Baradar, ຜູ້​ບັນຊາ​ການ​ທະຫານ, ມີ​ສິດ​ອຳນາດທີ 2 ຂ​ອງກຳລັງ​ນີ້. ​ໃນ​ການ​ພົບ​ປະ​ທີ່​ດຳ​ເນີນ​ກ່ອນ​ນີ້ 2 ​ເດືອນ ກ່ອນ​ທີ່​ກຸ່ມ​ເຈົ້າ​ໜ້າ​ທີ່ ອາບ​ກາ​ນິດ​ສະຖານ ພ້ອມ​ກັບ​ບັນດາ​ພາລະກອນ​ການ​ຕ່າງປະ​ເທດ ອາບ​ກາ​ນິດ​ສະຖານ ຢູ່ ​ປາ​ກິດ​ສະຖານ ​​ແລກປ່ຽນ​ກ່ຽວ​ກັບ​ການ​ໂອ້​ລົມ​ສົນທະນາ​​ໂດຍສັນຕິ, ລັດຖະບານ ອາບ​ກາ​ນິດ​ສະຖານ ​ໄດ້​ສະ​ເໜີ​ຕໍ່​ວົງ​ການ​ເຈົ້າ​ໜ້າ​ທີ່ ​ປາ​ກິດ​ສະຖານ ປ່ອຍ​ຕົວ​ໃຫ້ Baradar ຍ້ອນ​ວ່າ, ຜູ້​ນີ້​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຕໍ່​ການ​ໂອ້​ລົມ​ສົນທະ​ນາ​​ໂດຍສັນຕິ​ ພ້ອມ​ກັບ​ລັດຖະບານ ອາບ​ກາ​ນິດ​ສະຖານ. ກະຊວງ​ການ​ຕ່າງປະ​ເທດ ປາ​ກິດ​ສະຖານ ​ໄດ້​ຮັບ​ຮູ້ວ່າ​ ​ພວມ​ແລກປ່ຽນ​ກັບ ອາບ​ກາ​ນິດ​ສະຖານ ກ່ຽວ​ກັບ​ຄວາມ​ສາມາດ​ປ່ອຍ​ຕົວ​ໃຫ້ Baradar, ​ແຕ່​​ເຖິງ​ຢ່າງ​ໃດ​ກໍ​ຕາມ​ຍັງ​ບໍ່​ທັນ​ມີ​ຄຳ​ຕັດສິນ​ໃດ​ຖືກຍົກ​ອອກ​ມາ​ເທື່ອ.


ຂ່າວ/ບົດ​ອື່ນ