ສັນຍາປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຈະແມ່ນຫົວຂໍ້ບຸລິມະສິດທີ່ກອງປະຊຸມສຸດຍອດ G20

(VOVWORLD) -ວັນທີ 29 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ຖະແຫຼງວ່າ, ກອງປະຊຸມສຸດຍອດກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ຈະບຸລິມະສິດປຶກສາຫາລືກ່ຽວກັບສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ສັນຍາປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຈະແມ່ນຫົວຂໍ້ບຸລິມະສິດທີ່ກອງປະຊຸມສຸດຍອດ G20 - ảnh 1 ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel

(ພາບປະກອບ: THX/TTXVN)

ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງ, ທ່ານນາງນາຍົກລັດຖະມົນຕີ Angela Merkel ມີສິດຍົກອອກບັນຫາບຸລິມະສິດປຶກສາຫາລືໃນກອງປະຊຸມສຸດຍອດ G20 ຈະມາເຖິງ ເຊິ່ງຖືກດຳເນີນຢູ່ Hamburg. ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດເຢຍລະມັນ, ທ່ານນາງ Angela Merkel ເນັ້ນໜັກວ່າ ບັນດາຄວາມແຕກຕ່າງກັນແມ່ນຈະແຈ້ງພໍສົນຄວນແລ້ວ ຖ້າຫາກຕັ້ງໃຈປົກປິດຄວາມຈິງ, ມັນຈະແມ່ນການຂີ້້ລໍລວງ ແລະ ຂ້າພະເຈົ້າຈະບໍ່ເຮັດຄືແນວນັ້ນ”. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ ຢືນຢັນວ່າ ອີຢູ ປະຕິບັດສັນຍາປາຣີ ຢ່າງຄົບຖ້ວນ ແລະ ຈະຕັດສິນໃຈປະຕິບັດຢ່າງວ່ອງໄວ. ຄຳຖະແຫຼງຂອງທ່ານນາງ Angela Merkel ໄດ້ຮັບຖືວ່າແມ່ນແນໃສ່ທ່ານປະທານາທິບໍດີອາເມລິກາ Donald Trump. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ ຊີ້ແຈ້ງວ່າ “ຜູ້ໃດຄິດວ່າບັນດາບັນຫາຂອງໂລກສາມາດແກ້ໄຂໄດ້ດ້ວຍການປິດລ້ອມ ຫຼື ອາລັກຂາ, ແມ່ນຄວາມຜິດພາກທີ່ສຸດ”, ພ້ອມກັນນັ້ນທ່ານນາງກໍ່ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງເຢຍລະມັນ ແມ່ນເດີນຕາມນະໂຍບາຍຫັນການຄ້າເປັນເສລີ ແລະ ຕ້ານຄືນນະໂຍບາຍອາລັກຂາ.

ຕອບກັບ

ຂ່າວ/ບົດ​ອື່ນ