ສັນຍາລັກທີ່ສະຫວ່າງສະໄຫວຂອງສຳພັນສູ້ຮົບ ຫວຽດນາມ - ລາວ

ສັນຍາລັກທີ່ສະຫວ່າງສະໄຫວຂອງສຳພັນສູ້ຮົບ ຫວຽດນາມ - ລາວ - ảnh 1
ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໂອ້ລົມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: Hoàng Chương/Vietnam+)

(vovworld) – ວັນ​ທີ 3/5, ​​ໂດຍ​ປະຕິບັດ​ຕາມຂໍ້​ຕົກລົງ​ຂອງ​ກົມ​ການ​ເມືອງ​ສູນ​ກາງພັກ​ປະຊາຊົນ​ປະຕິ​ວັດ​ລາວ, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ວຽງ​ໄຊ, ​ແຂວງ ຫົວພັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ ລາວ ​ແລະ ອຳນາດ​ການ​ປົກຄອງ​ແຂວງ ຫົວພັນ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາ​ສາດ​ບັ້ນ​ຮົບ​ພາກ​ເໜືອ - ປົດ​ປ່ອຍ ຊຳ​ເໜືອ. ມີບົດ​ທາບທາມ​ຄວາມ​ເຫັນ​ກ່ວາ 20 ບົດ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ຊີ້​ແຈ້ງ​​ເຖິງການ​ນ​ຳພາ​ທີ່​ສະຫຼາດ​ສ່ອງ​ໄສ​ຂອງ​ລັດຖະບານ ຫວຽດນາມ ​ແລະ ລັດຖະບານ​ ລາວ ​ໂດຍພາຍ​ໃຕ້​ການ​ນຳພາ​ຂ​ອງ ປະທານ ​ໂຮ່ຈີ​ມິນ ​ໃນ​ການ​ສົ​ມທົບກັນ​ເປີດ​ບັ້ນ​ຮົບພາກ​ເໜືອ ລາວປີ 1953, ​ເພື່ອ​ແນ​ໃສ່​ດັບ​ສູນພາກ​ສ່ວນໜຶ່ງ​ທີ່​ສຳຄັນ​ຂອງ​ສັດຕູ, ປົດ​ປ່ອຍ​ເຂດດິນ​ແດນ, ກໍ່ສ້າງ ​ແລະ ​ເປີດ​ກ້ວາງ​​ເຂດຖານ​ທີ່​ໝັ້ນ ​ແລະ ທັບມ້າງ​ທ່າ​ສະໜາມ​ຍຸດ​ທະ​ສາດ​ຂອງ​ສັດຕູ​ຢູ່​ເຂດ​ທາງ​ທິດ​ເໜືອ ອິນດູຈີນ.

        ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຢືນຢັນ​ວ່າ: 60 ປີຜ່ານມາ, ​ເຖິງ​ວ່າ​ສະພາບ​ການ​ໂລກ​​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ກໍ່ຕາມ ແຕ່​ໄຊຊະນະ​ຂອງ​ບັ້ນ​ຮົບ​ພາກ​ເນືອ ລາວ​ ​ປີ 1953 ຍັງ​ສາມາດຮັກສາ​ຄຸນຄ່າ ​ແລະ ​​ເປັນ​ສັນຍາ​ລັກ​​ແຫ່ງການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ຕະຫຼອດ​ການ. ບັນດາ​ບົດຮຽນ, ຄວາມ​ໝາຍ​ປະ​ຫວັດສາດ​ສຳຄັນ​ເຊິ່ງ​ໄຊຊະນະ​ດັ່ງກ່າວ​ໄດ້ ນຳ​ມາ​ເຊິ່ງຄວນ​ໄດ້​ຮັບ​ການສະຫລຸບ​ ​ແລະ ໝູນ​ໃຊ້​ຢ່າງມີ​ຫົວຄິດ​ປະດິດ​ສ້າງ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​​ແຕ່ລະ​ປະ​ເທດ, ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ, ສົມ​ກັບ​ປະ​ຫວັດ​ສາດ​ທີ່​ສະຫງ່າ​ອົງອາດ​ຂອງ 2 ຊາດ.

ຂ່າວ/ບົດ​ອື່ນ