ສັນຕິພາບ,ສະຖຽນລະພາບຢູ່ອາຊີຕາເວັນອອກເໝາະສົມກັບຜົນປະໂຫຍດຂອງອາຊຽນແລະອາເມລິກາ

ສັນຕິພາບ,ສະຖຽນລະພາບຢູ່ອາຊີຕາເວັນອອກເໝາະສົມກັບຜົນປະໂຫຍດຂອງອາຊຽນແລະອາເມລິກາ - ảnh 1
​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລັດຖະມົນຕີ
​ປ້ອງ​ກັນ​ປະ​ເທດ ອາຊຽນ - ອາ​ເມ​ລິ​ກາ ຢູ່ Hawaii
(ພາບ: qdnd.vn)


(vovworld) - ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ຢູ່​ອາຊີ​ຕາ​ເວັນ​ອອກ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ອາ​ຊຽນ ​ແລະ ອາ​ເມ​ລິ​ກາ. ນີ້​ແມ່ນຄຳ​ຢືນຢັນ​ຂອງ​ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ​ໃນ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາຊຽນ - ອາ​ເມ​ລິ​ກາ ຢູ່ Hawaii, ​ໃນ​ວັນ​ທີ 30/9. ຕາມ ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ​ ​ແ​ລ້ວ,  ການ​ເຂົ້າ​ຮ່ວມ​ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ ອາ​ເມ​ລິ​ກາ ກໍ່​ຄື​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ອື່ນໆ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່ ອາຊີ​ຕາ​ເວັນ​ອອກ, ກໍ່​ຄື​ຢູ່ ອາຊີ - ປາຊີ​ຟິກ ຈະ​ຊ່ວຍ​ໃຫ້ ອາ​ຊຽນຫັນ​ຈຸດໝາຍ​ປະຊາ​ຄົມ​ອາ​ຊຽນ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ໃນ​ປີ 2025 ​ແລະ ​ໄກ​ກວ່າ​ນັ້ນ. ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ ຫວັງ​ວ່າ, ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ຈະ​ປະກອບສ່ວນ​ປັບປຸງ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ ​ແລະ ຍົກ​ສູງ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ. ​ເພີ່ມ​ທະວີ​ການ​ເຈລະຈາ ອາ​ຊຽນ - ອາ​ເມ​ລິ​ກາ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຈລະຈາ​ບໍ່​ເປັນ​ທາງ​ການ ​ເພື່ອ​ທາ​ບທາມ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ກ່ຽວ​ກັບ​ນະ​ໂຍບາຍ ກໍ່​ຄື​ບັນດາ​ບຸລິ​ມາ​ສິດ​ຂອງ​ກັນ ​ແມ່ນ​ສຳຄັນ​ທີ່​ສຸດ. ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ຄວນ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື ​ແລະ ​ເຈລະຈາ​ຄື: ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ​ຕາ​ເວັນ​ອອກ (EAS), ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ​ ເປີດ​ກວ້າງ (ADMM +), ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ ​ແລະ ຄູ່​​ເຈລະຈາ Shangri-La. ຕາມ ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ, ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ຄວນ​ສຸມ​ໃສ່​ສ້າງ​ກຳລັງຄວາມ​ສາມາດ​ກະ​ທຳ​ລວມ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ສະ​ເໜີ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ, ໜູນ​ຊ່ວຍ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ