ສັນຕະປະປາ Benedict XVI ຢ້ຽມຢາມປະເທດກູບາ

ສັນຕະປະປາ Benedict XVI ຢ້ຽມຢາມປະເທດກູບາ - ảnh 1
ສັນ​ຕະປະ​ປາ Benedic XVI ຢູ່ກູບາ
ພາບ: internet


(vovworld) - ວັນ​ທີ 28/3 ຕາ​ມ​ເວລາ​ທ້ອງ​ຖິ່ນ, ສັນ​ຕະປະ​ປາ Benedic XVI ​ເດີນທາງ​ຢ້ຽມຢາມ​ນະຄອນຫລວງ ລາ​ຮາ​ວານ ປະ​ເທດ​ກູ​ບາ ພາຍຫລັງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ນະຄອນ Santiago de Cuba. ນີ້​ແມ່ນ​ການ​ຢ້ຽມຢາມ​ກູ​ບາ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ຜູ້ນຳ​​ສຳນັກ Vatican ນັບ​ແຕ່​ເມື່ອການ​ຢ້ຽມຢາມ​ຂອງ​ສັນ​ຕະປະ​ປາ John Paul II ​ກ່ອນ​ນີ້ 14 ປີ. ຄາດ​ວ່າ ສັນ​ຕະປະ​ປາ Benedic XVI ຈະ​ມີ​ການ​ພົບ​ປະ​ກັບ​ປະທານ​ປະ​ເທດ ກູ​ບາ Raul Castro ​ຢ່າງ​ເປັນ​ທາງ​ການ ​ແລະ ຈະ​ມີການ​ບັນ​ລະ​ຍາຍ​ຢູ່​ສະຫນາມ​ຫລວງ​ປະຕິວັດ Hose Marti ຢູ່ ນະຄອນຫລວງ ລາ​ຮາ​ວານ./​.

ນັກ​ຂ່າວ vov  ປະຈຳ​ອາ​ເມ​ລິ​ກາ

ຕອບກັບ

ຂ່າວ/ບົດ​ອື່ນ