ສັນຕະປະປາ Francis ຝາກຄຳອວຍພອນປີໃໝ່ເຖິງປະຊາຊົນ ອາຊີ

(VOVWORLD) - ສັນຕະປະປາ ອວຍພອນໃຫ້ທຸກໆຄົນຍາມໃດກໍ່ມີຄວາມສາມັກຄີ ແລະ ເຕັມໄປດ້ວຍບັນດາຄວາມໄຝ່ຝັນອັນດີງາມເພື່ອປະກອບສ່ວນສ້າງສັງຄົມ ເຊິ່ງໃນນັ້ນທຸກຄົນລ້ວນແຕ່

ສັນຕະປະປາ Francis ຝາກຄຳອວຍພອນປີໃໝ່ເຖິງປະຊາຊົນ ອາຊີ - ảnh 1 ສັນຕະປະປາ Francis

(ພາບ: AFP/TTXVN)

ສັນຕະປະປາ Francis ໄດ້ຝາກຄຳອວຍພອນບຸນປີໃໝ່ປະຈຳຊາດ ເຖິງປະຊາຊົນທະວີບ ອາຊີ ແລະ ບາງສະຖານທີ່ໃນໂລກທີ່ພວມກະກຽມຕ້ອນຮັບບຸນປີໃໝ່ຕາມຈັນທະປະຕິທິນ ໃນວັນທີ 15 ກຸມພາຈະມາເຖິງ. ໃນສານອວຍພອນເມື່ອວັນທີ 11 ກຸມພາ ຢູ່ສຳນັກ Vantican, ສັນຕະປະປາ Francis ໄດ້ຝາກຄຳອວຍພອນເຖິງປະຊາຊົນທຸກຄົນຢູ່ ອາຊີ  ແລະ ສະຖານຫຼາຍແຫ່ງໃນໂລກ. ສັນຕະປະປາ ອວຍພອນໃຫ້ທຸກໆຄົນຍາມໃດກໍ່ມີຄວາມສາມັກຄີ ແລະ ເຕັມໄປດ້ວຍບັນດາຄວາມໄຝ່ຝັນອັນດີງາມເພື່ອປະກອບສ່ວນສ້າງສັງຄົມ ເຊິ່ງໃນນັ້ນທຸກຄົນລ້ວນແຕ່, ໄດ້ປົກປັກຮັກສາ, ໄດ້ຮັບການສົ່ງເສີມ ແລະ ໄດ້ເຊື່ອມໂຍງ. ສັນຕະປະປາ Francis ສະແດງໃຫ້ເຫັນການຮ່ວມເດີນທາງ ແລະ ພາວະນາຂໍສິ່ງທີ່ດີໃຫ້ແກ່ປະຊາຊົນ ທີ່ຢູ່ບັນດາປະເທດພວມກະກຽມຕ້ອນຮັບບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ