ສັນ​ຕະ​ປະ​ປາ Francis ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ປະ​ທະ​ກັນຢູ່ ຊີ​ຣີ ຊຸກ​ຍູ້​ການ​ສ້າງ​ສັນ​ຕິ​ພາບ

(VOVWORLD) -ສັນຕະປະປາ Francis ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງສະແດງເຈດຕະນາດີເພື່ອນຳມາເຊິ່ງຄວາມຫວັງໃຫ້ແກ່ປະຊາຊົນ ຊີຣີ.
ສັນ​ຕະ​ປະ​ປາ Francis ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ປະ​ທະ​ກັນຢູ່ ຊີ​ຣີ ຊຸກ​ຍູ້​ການ​ສ້າງ​ສັນ​ຕິ​ພາບ - ảnh 1ເດັກນ້ອຍ ຊີຣີ ລຽນແຖວລໍຖ້າການແຈກຢາຍສະບຽງອາຫານ (ພາບ: AFP/TTXVN)

ການປະທະກັນຢູ່ ຊີຣີ ແມ່ນໜຶ່ງໃນບັນດາວິກິດການມະນຸດສະທຳທີ່ຮ້າຍກາດທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງຊຸກຍູ້ການຊອກຫາຄວາມຫວັງໃຫ້ແກ່ປະເທດທີ່ຖືກມ້າງທຳລາຍນີ້. ຖະແຫຼງການດັ່ງກ່າວຂອງ ສັນຕະປະປາ Francis ໄດ້ຍົກອອກມາໃນວັນທີ 14 ມີນາ, ເນື່ອງໃນໂອກາດການປະທະກັນເກີດຂຶ້ນຢູ່ ຊີຣີ ຄົບຮອບ 10 ປີ.

        ກ່າວຄຳເຫັນໃນສານປະຈຳອາທິດ ຢູ່ສະໜາມຫຼວງ St. Peter, ສັນຕະປະປາ Francis ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງສະແດງເຈດຕະນາດີເພື່ອນຳມາເຊິ່ງຄວາມຫວັງໃຫ້ແກ່ປະຊາຊົນ ຊີຣີ. ຕາມສັນຕະປະປາ Francis ແລ້ວ, ຢູ່ ຊີຣີ ໄດ້ ແລະ ກຳລັງເກີດການໃຊ້ຄວາມຮຸນແຮງດ້ວຍທຸກຮູບແບບ ແລະ ປະຊາຊົນຢູ່ທີ່ນີ້ ຕ້ອງຮັບຄວາມເຈັບປວດຫຼາຍແລ້ວ, ພິເສດແມ່ນຜູ້ຄົນທີ່ມີຄວາມສ່ຽງສູງ, ໃນນັ້ນ ມີເດັກນ້ອຍ ແລະ ແມ່ຍິງ. ສັນຕະປະປາ ຮຽກຮ້ອງໃຫ້ປະຊາຄົມສາກົນ ໃຫ້ຄຳໝັ້ນສັນຍາທີ່ມີລັກສະນະຕັດສິນ ເພື່ອແນໃສ່ຢຸດຕິການປະທະກັນ ແລະ ຊ່ວຍປະເທດນີ້ສາມາດສ້າງ ແລະ ຟື້ນຟູເສດຖະກິດຄືນໃໝ່.  

ຕອບກັບ

ຂ່າວ/ບົດ​ອື່ນ