ສັນຕະປາປາ Benedict XVI ອຳລາຊາວຄຼິດ ກ່ອນລາອອກຈາກຕຳແຫນ່ງ

ສັນຕະປາປາ Benedict XVI ອຳລາຊາວຄຼິດ ກ່ອນລາອອກຈາກຕຳແຫນ່ງ - ảnh 1
ສັນຕະປາປາ Benedict XVI
ພາບ: internet


(vovworld) -  ຕອນ​ເຊົ້າວັນ​ທີ 27/2, ຊາວຄຼິດ​ແລະ ປະຊາຊົນ​ນັບ​ພັນໆ​ຄົນ​ມາ​ຈາກ​ຫລາຍ​ແຫ່ງ​ໄດ້​ເຕົ້າ​ໂຮມ​ຢູ່​ສະຫນາມ​ຫລວງ Piazza San Pietro ​​ເພື່ອ​ເຂົ້າ​ຮ່ວມ​ພິທີ​ພົບ​ປະ​ຄັ້ງ​ສຸດ​ທ້າຍ​ຂອງ​ສັນຕະປາປາ Benedict XVI ກ່ອນ​ທີ່​ພະ​ອົງ​ຈະ​ລາ​ອອກ​ຈາກ​ຕຳ​ແຫນ່​ງຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 28/2. ​ເຫດ​ການ​ດັ່ງກ່າວ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ກວ່າ 50.000 ຄົນ, ​ໃນ​ນັ້ນ ມີ​ປະມຸກ​ລັດ ​ແລະ ​ເຈົ້າ​ຫນ້າ​ທີ່ຫລາຍ​ທ່ານ​ທີ່​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ​. ກ່າວ​ຄ​ຳ​ເຫັນ​ທີ່​ການ​ພົບ​ປະ, ສັນຕະປາປາ XVI ​ໄດ້​ຮຽກຮ້ອງ​ໃຫ້​ຊາວ​ຄຼິດທັງ​ໝົດ​ພາວະນາ​ໃຫ້​ບັນດາ​ພະ​ຄາ​ດີ​ນັນ​ເຂົ້າ​ຮ່ວມ​ການ​ປະຊຸມ​ເລືອກ​ຕັ້ງ​ສັນຕະປາປາ​ຄັ້ງ​ຈະ​ມາ​ເຖິງ ກໍ​ຄື​ພາວະນາ​ໃຫ້​ຜູ້​ສື​ບທອດ​ຕຳ​ແຫນ່​ງຂອງ​ຕົນ​ປະສົບ​ສິ່ງ​ທີ່​ດີ. ສັນຕະປາປາ ກໍ​ມີ​ຄຳ​ຕອບ​ບັນດາ​ຄຳ​ຕຳ​ນິຕິ​ຕຽນ​ຂໍ້​ຕົກລົງ​ລາ​ອອກ​ຈາກ​ຕຳ​ແຫນ່​ງ ​ແລະ ຢືນຢັນ​ວ່າ: ພະ​ອົງຈະ​ສືບ​ຕໍ່​ເດີນ​ຕາມ​ພະ​ເຢຊູ​ຕາມ​ວິທີ​ການ​ໃຫມ່.

 

ຂ່າວ/ບົດ​ອື່ນ