ສັນຕະປາປາFrancisກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍໃນທົ່ວໂລກ

ສັນຕະປາປາFrancisກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍໃນທົ່ວໂລກ - ảnh 1
ສັນ​ຕະປາປາ Francis (ພາບ: AP)

(vovworld) - ວັນ​ທີ 27/03, ​ໃນ​ສານ​ເນື່ອງ​ໃນ​ໂອກາດບຸນ ອົດສະ​ເຕີ , ສັນ​ຕະປາປາ Francis ​ໄດ້ກ່າວ​ປະນາມ​ອີກ​​ເທື່ອ​ໜຶ່ງ ຕົວ​ການ​ຂອງ​ບັນ​ດາ​​ເຫດ​​ກໍ່​ການ​ຮ້າຍ​ຢ່າງນອງ​ເລືອດ​ທີ່​ເກີດ​ຂຶ້ນ​ຢູ່​ໂລກ​ໃນ​ຊຸມ​ວັນ​ຜ່ານ​ມາ, ສະ​ແດງ​ຄວາມ​ເສົ້າ​​ໂສກ​ເສຍດາຍ​ກັບຜູ້ທີ່​ປະສົບ​ເຄາະ​ຮ້າຍ, ພ້ອມ​ທັງ​ຮຽກ​ຮ້ອງ​ປະຊາ​ຄົມ​ສາກົນ ມານ​ະພະຍາຍາມ​ສະກັດ​ກັ້ນການ​ໃຊ້ຄວາມ​ຮຸ​ນ​ແຮງດັ່ງກ່າວ. ສັນຕະປາປາ Francis ​ເນັ້ນ​ໜັກ​ວ່າ: ໃນ​ໄລຍະ​ຜ່ານ​ມາ ບັນດາ​ເຫດທີ່​ໃຊ້​ຄວາມ​ຮຸ​ນ​ແຮງ​​ໄດ້​ພາ​ໃຫ້ສາມັນ​ຊົນ​ຫລາຍ​ຄົນຢູ່ ​ແບນ​ຊິກ, ຕວກກີ, ນີ​ເຊ​ເຣຍ ​ເສຍ​ຊີວິດ. ສັນຕະປາປາ Francis ກໍ່​ປາດ​ຖະໜາ​ຢາກ​ໃຫ້ ປາ​ແລັດ​ສະຕີ​ນ, ຢູ​ແກ​ນ, ລີ​ບີ, ​ເຢ​ແມນ ​ແລະ ອີຣັກ ມີ​ສັນ​ຕະພາບ, ພ້ອມ​ທັງ​ກະຕຸກ​ຊຸກຍູ້​ສາກົນ ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ຢ່າງ​ໄວ ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ຢູ່ ຊີຣີ . ​ແລະ​ກໍ່​ໃນສານດັ່ງກ່າວ ສັນຕະປາປາ​ Francis ກໍ່ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ສາກົນ​ໜູນ​ຊ່ວຍຊາວ​ລີ້ໄພ ​ແລະ ຄົນທຸກ​ຍາກ​ອຶດຫິວ​ໃນ​ສະພາບ​ການທີ່ ​ເອີ​ລົບ ພວມປະ​ຮັບກັບວິ​ວິດ​ການ​ຊາວ​ອົບ​ພະຍົບ​ຄັ້ງ​ໃຫຍ່​ສຸດ​ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2.

 

ຂ່າວ/ບົດ​ອື່ນ