ສັນຕະປາປາFrancisຮຽກຮ້ອງອາເມລິກາ,ກຸຍບາຢືດໝັ້ນແນວທາງໄກ່ເກ່ຍ

ສັນຕະປາປາFrancisຮຽກຮ້ອງອາເມລິກາ,ກຸຍບາຢືດໝັ້ນແນວທາງໄກ່ເກ່ຍ - ảnh 1
ສັນຕະປາປາ Francis ຮຽກຮ້ອງອາເມລິກາ,
ກຸຍບາຢືດໝັ້ນແນວທາງໄກ່ເກ່ຍ
(ພາບ: AFP/TTXVN)


(vovworld) – ວັນ​ທີ 19/09, ​ໃນ​ມື້​ທຳ​ອິດ​ຂອງ​ການ​ຢ້ຽມຢາມ​ຄັ້ງປະຫວັດສາດ​ເຖິງ​ກຸຍ​ບາ ​ແລະ ຫຼັງ​ຈາກ​ນັ້ນ​ແມ່ນ​ອາ​ເມ​ລິ​ກາ, ສັນ​ຕະປາ​ປາ Francis I ​ໄດ້​ກະ​ຕຸກ​ຊຸກຍູ້​ປະທານາທິບໍດີ Barack Obama ​ແລະ ທ່ານ​ປະທານກຸຍ​ບາ Raul Castro ສືບ​ຕໍ່​ສ້າງ​ເສັ້ນທາງ​ໄກ່​ເກ່ຍ​ເຊິ່ງຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ລະຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ຢູ່​ນະຄອນຫຼວງ La Habana, ​ໃນ​ວັນ​ທີ 19/09, ທ່ານ​ປະທານ Raul Castro ​ໄດ້​ຂອບ​ໃຈ​ສັນ​ຕະປສ​ປາ ທີ່​ໄດ້​ໃຫ້ກາ​ນຊ່ວຍ​ເຫຼືອ​ໃນ​ການ​ສົ່ງ​ເສີມ​​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດ​ກັບ​ອາ​ເມ​ລິ​ກາ ​ຄືນ​ໃໝ່ ພາຍຫຼັງ​ກວ່າ​ເຄິ່ງທົດ​ສະຫວັດທີ່​ເປັນ​ປໍ​ລິ​ປັກ.

        ​ສິ້ນ​ສຸດ​ການ​ຢ້ຽມຢາມ​ກຸຍບາ, ສັນ​ຕະປາ​ປາ Francis I ຈະ​ໄປຢ້ຽມຢາມ​ອາ​ເມ​ລິ​ກາ ​ແລະ ​ມີ​ບົດ​ກ່າວ​​ປາ​ໄສ​ທີ່​ສະພາ​ແຫ່ງ​ຊາດ​ອາ​ເມລິ​ກາ ​ແລະ ສະມັດ​ຊາມ​ໃຫຍ່​ຫະປະຊາ​ຊາດ.

ຂ່າວ/ບົດ​ອື່ນ