​ສົນ​ທິ​ສັນ​ຍາ RCEP ຄາດ​ວ່າ ຈະ​ມີ​ຜົນ​ສັກ​ສິດ​ໃນ​ຕົົ້ນ​ປີ 2022

(VOVWORLD) -ສົນທິສັນຍາ RCEP ແມ່ນໜຶ່ງໃນບັນດາຜົນງານທີ່ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງ ຫວຽດນາມ ໃນປີ 2020 ໃນຖານະເປັນປະທານ ອາຊຽນ. 
 ​ສົນ​ທິ​ສັນ​ຍາ RCEP ຄາດ​ວ່າ ຈະ​ມີ​ຜົນ​ສັກ​ສິດ​ໃນ​ຕົົ້ນ​ປີ 2022 - ảnh 1ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄງ (ພາບ: TTXVN)

ຢູ່ນອກກອງປະຊຸມປຶກສາຫາລື ລະຫວ່າງລັດຖະມົນຕີເສດຖະກິດ ອາຊຽນ ກັບບັນດາຄູ່ເຈລະຈາ, ວັນທີ 15 ກັນຍາ, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບບັນດາບຸລິມະສິດຂອງ ອາຊຽນ ໃນການຮ່ວມມືເສດຖະກິດ ແລະ ເນື້ອໃນປຶກສາຫາລືກ່ຽວກັບການໃຫ້ສັດຕະຍາບັນ ແລະ ແຜນການຈັດຕັ້ງຜັນຂະຫຍາຍ ສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄງ ເນັ້ນໜັກວ່າ: ສົນທິສັນຍາ RCEP ແມ່ນໜຶ່ງໃນບັນດາຜົນງານທີ່ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງ ຫວຽດນາມ ໃນປີ 2020 ໃນຖານະເປັນປະທານ ອາຊຽນ. ດ້ວຍບົດບາດເປັນປະທານ ອາຊຽນ ແລະ ປະທານກອງປະຊຸມລັດຖະມົນຕີ RCEP, ຫວຽດນາມ ໄດ້ເປັນເຈົ້າການ ພ້ອມກັບບັນດາປະເທດ ອາຊຽນ ຍົກອອກຫຼາຍຂໍ້ລິເລີ່ມ ຊ່ວຍແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ເພື່ອສາມາດສິ້ນສຸດການເຈລະຈາ ແລະ ລົງນາມໃນສົນທິສັນຍາຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ.

ໂດຍສືບຕໍ່ຜົນສຳເລັດນັ້ນ, ໃນສະພາບການໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ ກໍຄືເຮັດໃຫ້ລະບົບສະໜອງຂອງພາກພື້ນຖືກຂາດວັກຂາດຕອນ, ບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື ຕ່າງກໍປາດຖະໜາວ່າ ສົນທິສັນຍາ RCEP  ຈະມີຜົນສັກສິດໂດຍໄວ, ລະອຽດແມ່ນໃນຕົ້ນປີ 2022 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນໃນພາກພື້ນ, ປະກອບສ່ວນເຂົ້າໃນວິວັດການຟື້ນຟູເສດຖະກິດຂອງພາກພື້ນ ພາຍຫຼັງໂລກລະບາດ. ບົນເນື້ອໃນຈິດໃຈນັ້ນ, ບັນດາປະເທດເຂົ້າຮ່ວມການລົງນາມໃນສົນທິສັນຍາ RCEP ຈະຜັນຂະຫຍາຍລະບຽບການໃຫ້ສັດຕະຍາບັນສົນທິສັນຍາສະບັບດັ່ງກ່າວໂດຍໄວ. ຫວຽດນາມ ກໍພວມດຳເນີນບັນດາຂັ້ນຕອນສຸດທ້າຍໃຫ້ສຳເລັດ ແລະ ຄາດວ່າ ອາດຈະສຳເລັດການໃຫ້ສັດຕະບາຍັນສົນທິສັນຍາ RCEP ກ່ອນເດືອນພະຈິກປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ