ສົນທິສັນຍາທົ່ວໂລກກ່ຽວກັບຊາວອົບພະຍົບໄດ້ຮັບຮອງເອົາທີ່ ມາຣົກ

(VOVWORLD) - ສົນທິສັນຍາສະບັບນີ້ແມ່ນວິວັດທະນາການເພື່ອສະກັດກັ້ນ “ການຈາລະຈົນ ແລະ ຄວາມລຳບາກ”...

 ວັນທີ 10 ທັນວາ, ສົນທິສັນຍາທົ່ວໂລກກ່ຽວກັບການອົບພະຍົບຢ່າງປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຕໍ່ເນື່ອງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຂອງ ສປຊ ເຊິ່ງພວມຈັດຕັ້ງຢູ່ Marrakesh (ປະເທດ ມາຣົກ) ດ້ວຍການເຂົ້າຮ່ວມຂອງບັນດາການນຳ ແລະ ຜູ້ຕາງໜ້າຂອງປະມານ 150 ປະເທດໃນໂລກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ: ສົນທິສັນຍາສະບັບນີ້ແມ່ນວິວັດທະນາການເພື່ອສະກັດກັ້ນ “ການຈາລະຈົນ ແລະ ຄວາມລຳບາກ”. ທ່ານ Guterres ຖະແຫຼງວ່າ: ສົນທິສັນຍາສະບັບນີ້ແມ່ນໂຄງປະກອບສຳລັບການຮ່ວມມືສາກົນ, ບໍ່ມີລັກສະນະຜູກມັດດ້ານນິຕິກຳ ແລະ ລວມມີບາງຂໍ້ມາດຕາລະອຽດກ່ຽວກັບອຳນາດອະທິປະໄຕ, ເຮັດໃຫ້ການປະຕິບັດສົນທິສັນຍາສະບັບນີ້ພຽງແຕ່ອີງໃສ່ເຈດຕະນາດີຂອງບັນດາປະເທດສະໜັບສະໜູນເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ