ສົນທະນານະໂຍບາຍຂັ້ນສູງກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງ

(VOVWORLD) - ສົນທະນານະໂຍບາຍຂັ້ນສູງກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 19 ມິຖຸນາ ຢູ່ນະຄອນຮ້າລອງ ແຂວງກວາງນິງ
ສົນທະນານະໂຍບາຍຂັ້ນສູງກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງ - ảnh 1 ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ (ພາບອິນເຕີແນັດ)

ການສົນທະນາມີຜູ້ແທນເຂົ້າຮ່ວມປະມານ 150 ທ່ານມາຈາກ 21 ພື້ນຖານເສດຖະກິດຢູ່ພາກພື້ນອາຊີ-ປາຊີຟິກ, ນັກປາຖະກະຖາຂອງອົງການຈັດຕັ້ງສາກົນທີ່ມີຊື່ສຽງຄື ອົງການທ່ອງທ່ຽວໂລກ, ສະຫະສະມາຄົມຂົນສົ່ງທາງອາກາດສາກົນ, ພັນທະພາບອານຸລັກຮັກສາທຳມະຊາດສາກົນ…..ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ:

        ໃນສະພາບການປີ 2017 ໂດຍສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຄັດເລືອກເປັນປີສາກົນກ່ຽວກັບການທ່ອງທ່ຽວແບບຍືນຍົງເພື່ອການພັດທະນາ. ການສົນທະນານະໂຍບາຍຂັ້ນສູງກ່ຽວກັບການທ່ອງທ່ຽວແບບຍືນຍົງ ແມ່ນໂອກາດທີ່ດີເພື່ອໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ພ້ອມກັນກຳນົດສະພາບການຢ່າງຈະແຈ້ງ ແລະ ວາງອອກບັນດາການກະທຳທີ່ແທດຈິງ, ມາດຕະການຢ່າງລະອຽດ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ປະກອບສ່ວນເຂົ້າໃນການຜັນຂະຫຍາຍ 17 ຄາດໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ຄວາມມານະພະຍາຍາມ, ປະສິດທິຜົນຂອງການພັດທະນາການທ່ອງທ່ຽວແບບຍືນຍົງ ຈະປະກອບສ່ວນສຳຄັນເຂົ້າໃນອານາຄົດລວມກ່ຽວກັບປະຊາຄົມອາຊີ-ປາຊີຟິກທີ່ຂະຫຍັນຂັນເຄື່ອນ, ສະໜິດຕິດພັນ, ໝັ້ນຄົງ ແລະ ທົ່ວເຖິງ.

   ແລະ ກໍໃນຂອບເຂດການສົນທະນານະໂຍບາຍຂັ້ນສູງກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງ, ຕອນບ່າຍວັນທີ 19 ມິຖຸນາ, ຢູ່ນະຄອນຫ້າລອງ, ແຂວງກວາງນິງ, ບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຮັບຜິດຊອບການທ່ອງທ່ຽວ APEC ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບ ການທ່ອງທ່ຽວແບບຍືນຍົງດ້ວຍຫົວຂໍ້ “ ຊຸກຍູ້ການທ່ອງທ່ຽວແບບຍືນຍົງອາຊີ-ປາຊີຟິກຢາ່ງທົ່ວເຖິງ ແລະ ເຊື່ອມຈອດ ”. ນີ້ແມ່ນຖະແຫຼງການທີ່ມີຄວາມໝາຍສຳຄັນທີ່ສຸດ, ສົ່ງສານສະໜັບສະໜູນຢ່າງແຂງແຮງບັນດາຫຼັກການ ແລະ ການກະທຳ ແນໃສ່ຊຸກຍູ້ ການທ່ອງທ່ຽວແບບຍືນຍົງ. 

ຕອບກັບ

ຂ່າວ/ບົດ​ອື່ນ