ສັນທະປະປາ Benedict 16 ລາອອກຈາກຕຳແໜ່ງຢ່າງເປັນ ທາງການ

ສັນທະປະປາ Benedict 16 ລາອອກຈາກຕຳແໜ່ງຢ່າງເປັນ ທາງການ - ảnh 1
ສັນທະ​ປະປາ Benedict 16

(ພາບ:hanoimoi.com.vn)

(vovworld)-​ ຕອນ​ຄ່ຳ​ວັນ​ທີ 28/2 (ກົງ​ກັບຕອນ​ເຊົ້າວັນ​ທີ 1/3 ຕາມ​ເວລາ​ຫວຽດນາມ), ສັນທະ​ປະປາ Benedict 16 ​ໄດ້ລາ​ອອກ​ຈາກ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ, ສິ້ນ​ສຸດການ​ນຳພາ​ສະມາຄົມ​ຄຼິດທະສະ​ໜາ​ເປັນ​ເວລາ 8 ປີ. ກ່ອນໜ້ານັ້ນ, ຄື​ໃນ​ຕອນ​ເຊົ້າວັນ​ທີ 28/2, ສັນທະ​ປະປາ Benedict ​ໄດ້​ມີ​ການ​ພົບ​ປະຂໍອຳລາບັນດາ​ພະ​ຄາ​ດີ​ນັນ​ຢູ່​ໂບດ​ວາ​ກີ​ກັງ. ​ໃນ​ວັນ​ດຽວ​ກັນ, ທ່ານ​​ໄດ້ໄປ Castel Gandolfo ວີ​ລາ​ພັກ​ແລ້ງ​ຂອງ​ທ່ານຢູ່​ນອກ​ນະຄອນຫຼວງ​ໂຣມ ​ເພື່ອ​ຂໍ​ອຳ​ລາ​ຊາວ​ຄຼິດຂອງ​ນະຄອນ ​ແລະ ນີ້​ກໍ່​ແມ່ນ​ການ​ປະກົດ​ຕົວ​ຄັ້ງສຸດ​ທ້າຍ​ຂອງ​ທ່ານໃນ​ຖານະ​ແມ່ນສັນທະ​ປະປາ. ຄາດວ່າ, ສັນທະ​ປະປາ Benedict ຈະ​ພັກ​ຜ່ອ​ນ​ຢູ່ Castel Gandolfo ​ໃນ​ເວລາ 2,3 ​ເດືອນ​ກ່ອນ​ທີ່​ຈະ​ດຳລົງ​ຊີວິດ​ຢູ່​ໂບດ​ພາຍ​ໃນ​ວາ​ຕີ​ກັງ. ຄາດ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ພະ​ຄາ​ດີ​ນັນ Tarcisio Bertone ຈະ​ເປັນ​ປະທານ​ການ​ປະຊຸມ​ຂອງ​ຄະນະ​ພະ​ຄາ​ດີ​ນັນ​ເພື່ອ​ປ່ອນ​ບັດ​ກຳນົດ​ເວລາ​ຈັດ​ກອງ​ປະຊຸມ​ເລືອກ​ຕັ້ງສັນທະ​ປະປາ​ຄົນ​ໃໝ່.

ຂ່າວ/ບົດ​ອື່ນ