ສິ້ນສຸດກອງປະຊຸມຄັ້ງທີ34ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ກຸຍບາ

ສິ້ນສຸດກອງປະຊຸມຄັ້ງທີ34ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ກຸຍບາ - ảnh 1
​ສິ້ນ​ສຸດກອງ​ປະ​ຊຸມ​ຄັ້ງ​ທີ34ຄະ​ນະ​ກຳ​ມະ​ການ
​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ-ກຸຍບ​າ
(ພາບ: TTXVN)

(vovworld) - ​​​ ​​ ​​​ວັນ​ທີ 23/11, ກອງ​ປະ​ຊຸມ​ຄັ້ງ​ທີ 34 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ກຸຍ​ບາ ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະ​ຄອ​ນ​ຫຼວງ ລາ​ຮາ​ວານ ດ້ວຍ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ 3 ສະ​ບັບ ເພື່ອ​ແນ​ໃສ່​ປ​ັບ​ປຸງ​ການ​ພົວ​ພັນ 2 ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ ແລະ ວິ​ທະ​ຍາ​ສາດ - ເຕັກ​ນິກ​. ​ທີ່ກອງ​ປະ​ຊຸມ​, 2 ຝ່າຍ​ໄດ້​ເຫັນ​ດີ​ຍົກ​ລະ​ດັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ 2 ຝ່າຍ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ຂອງ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ​ລະ​ຫວ່າງ 2 ປ​ະ​ເທດ, ພ້ອມ​ທັງ​ຢືນ​ຢັນ​ວ່າ 2 ຝ່າຍ​ພ້ອມ​ແລ້ວ​ທີ່​ຈະ​ສູ້​ຊົນ​ເພື່ອ​​ມຸ່ງ​ໄປ​ເຖິງຄາດ​ໝາຍນີ້. 2 ຝ່າຍ​ໄດ້​ເຫັນ​ດີ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ການ​ຄ້າ 2 ຝ່າຍ​ໃນ​ຕົ້ນ​ປີ 2017.

        ສິ້ນ​ສຸດກອງ​ປະ​ຊຸມ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ, ພ້ອມ​ທັງ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດຜະ​ລິດກາ​ໂຣ​ປູ​ພື້ນ ແລະ ເຄື່ອງ​ສຸ​ຂະ​ພັ​ນ​ຢູ່​ກຸຍ​ບາ.

ຂ່າວ/ບົດ​ອື່ນ