ສິ້ນ​ສຸດ​ການ​ລາດ​ຕະ​ເວນ​ຮ່ວມ ລະ​ຫວ່າງ ຕຳຫຼວດ​ທະ​ເລສອງ​ປະ​ເທດ ຫວຽດ​ນາມ ແລະ ຈີນ

(VOVWORLD) -ໃນ 3 ວັນ ແຕ່ວັນທີ 19 – 22 ຕຸລາ, ກຳລັງຕຳຫຼວດທະເລສອງຝ່າຍໄດ້ຈັດການລາດຕະເວນຮ່ວມຢູ່ເຂດທະເລດັ່ງກ່າວ. ໃນຂອບເຂດລວງຍາວ 13 ຈຸດ ດ້ວຍໄລຍະທາງ 255,5 ໄມທະເລ.
ສິ້ນ​ສຸດ​ການ​ລາດ​ຕະ​ເວນ​ຮ່ວມ ລະ​ຫວ່າງ ຕຳຫຼວດ​ທະ​ເລສອງ​ປະ​ເທດ ຫວຽດ​ນາມ ແລະ ຈີນ - ảnh 1ຕຳຫຼວດທະເລ ຫວຽດນາມ ທຳພິທີເຄົາລົບກັນ (ພາບ: TTXVN)

  ວັນທີ 22 ຕຸລາ, ກອງກ່ຳປັ່ນ 8004 ແລະ 8003 ຂອງກອງບັນຊາການຕຳຫຼວດທະເລເຂດ 1  ໄດ້ເຂົ້າທຽບທ່າຢ່າງປອດໄພ, ສິ້ນສຸດການລາດຕະເວນຮ່ວມຢູ່ເຂດໃກ້ກັບເສັ້ນຂີດຂັ້ນ ອ່າວພາກເໜືອຄັ້ງທີ 2 ປີ 2021 ລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ຕຳຫຼວດທະເລຈີນ ຢ່າງຈົບງາມ. ໃນ 3 ວັນ ແຕ່ວັນທີ 19 – 22 ຕຸລາ, ກຳລັງຕຳຫຼວດທະເລສອງຝ່າຍໄດ້ຈັດການລາດຕະເວນຮ່ວມຢູ່ເຂດທະເລດັ່ງກ່າວ. ໃນຂອບເຂດລວງຍາວ 13 ຈຸດ ດ້ວຍໄລຍະທາງ 255,5 ໄມທະເລ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ຈັດການເຈລະຈາ ທາງໂທລະສັບ ເພື່ອແລກປ່ຽນ, ໂຄສະນາໃຫ້ກ່ຳປັ່ນຫາປາຂອງຊາວປະມົງກ່ຽວກັບຂໍ້ກຳນົດໃນການຈັບຫາສິນທະເລ, ຢູ່ເຂດທະເລໃກ້ກັບເສັ້ນຂີດຂັ້ນ ອ່າວພາກເໜືອ; ໂຄສະນາກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ