ສິ້ນສຸດການສືບສວນສອບສວນເຫດວາງລະເບີດຢູ່ບາງກອກ

 ສິ້ນສຸດການສືບສວນສອບສວນເຫດວາງລະເບີດຢູ່ບາງກອກ - ảnh 1
ຜູ້ຖືກສົງໄສໃນເຫດວາງລະເບີດຢູ່ໄທ ໃນວັນທີ 7/8
(ພາບ:phapluattp.vn)

(vovworld) – ​ ວັນ​ທີ 19/10, ຕຳຫລວດ ​ໄທ ​ໄດ້ຖະ​ແຫຼ​ງສິ້ນ​ສຸດ​ການ​ສືບສວນ​ສອບ​ສວນອາຍາ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ເຫດ​ວາງ​ລະ​ເບີດທີ່​ນອງ​ເລືອດ​​ໄດ້​ເກີດ​ຂຶ້ນ​ຢູ່​ນະຄອນຫລວງ ບາງ​ກອກ ​ໃນ​ວັນ​ທີ 17/8 ​ແລະ ຈະດຳ​ເນີນ​ລະບຽບ​ການ ​​ເພື່​ອແນ​ໃສ່ກ່າວ​ໂທດ​ຜູ້ຖືກ​ສົງ​​ໄສ 2 ຄົນທີ່​ພວມ​ຖືກ​ກັກ​ຂັງ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ພາຍຫລັງ​ການ​ປະຊຸມ​ກັບ​ບັນດາ​ນັກ​ສືບສວນສອບ​ສວນ, ຜູ້ນຳ​ກຳລັງ​ຕຳຫລວດ​ແຫ່ງ​ຊາດ ​ໄທ ຈັກ​ທິບ ​ໄຊ​ຈິນດາ ​ໃຫ້​ຮູ້​ວ່າ: ຜູ້ຖືກ​ສົງ​ໄສ 2 ຄົນ​ຈະ​​ຂຶ້ນ​ສານດຳ​ເນີນ​ຄະດີ​ໃນ 2 ອາທິດ​ຈະ​ມາ​ເຖິງ. ຕາມ​ທ່ານ ຈັກ​ທິບ ​ໄຊ​ຈິນດາ ຕຳຫລວດ ​ໄທ ​ຈະ​ສືບ​ຕໍ່​ຈັບ​ຕົວ​ຜູ້​ຖືກສົງ​ໄສອື່ນ​ອີກ 15 ຄົນ​ ທີ່ພວມຊອກ​ຈັບ. ການ​ສືບສວນ​ສອບ​ສວນ​ຈະ​ສືບ​ຕໍ່​ດຳ​ເນີນ ​ຖ້າ​ມີ​ບັນດາ​ຜູ້​ສົງ​ໄສ​ຖື​ກຈັບ​ຕົວຕື່ມ​ອີກ.

ຂ່າວ/ບົດ​ອື່ນ