ສິ້ນສຸດການເຈລະຈາຍຸດທະສາດແລະເສດຖະກິດຈີນ-ອາເມລິກາ

ສິ້ນສຸດການເຈລະຈາຍຸດທະສາດແລະເສດຖະກິດຈີນ-ອາເມລິກາ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​
(ພາບ: AFP)

(vovworld) - ການ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດປະຈຳ​ປີ​ຄັ້ງ​ທີ 8 ລະຫວ່າງ ຈີນ ​ແລະ ອາ​ເມ​ລິ​ກາ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 07/06 ຢູ່ ບັກ​ກີ​ງ ພາຍຫລັງ​ປຶກສາ​ຫາລື​ເປັນ​ເວລາ 2 ວັນ. ບັນດາ​ເຈົ້າ​ໜ້າ​ທີ່​ດ້ານການ​ທູ​ດ, ການ​ຄ້າ ​ແລະ ຂົງ​ເຂດ​ຕ່າງໆ​ຂອງ 2 ຝ່າຍ ​ໄດ້​ຮັບ​ຮູ້ຄວາມ​ບໍ່​ລົງ​ລອຍກັນ​ໃນ​ບາງບັນຫາ, ພ້ອມ​ທັງ ​ເນັ້ນ​ໜັກ​​ເຖິງຄວາມ​ມານະ​ພະຍາຍາມຊຸກ​ຍູ້​ການ​ພົວພັນມິດຕະພາບ​ລະຫວ່າງ 2 ຝ່າຍ​ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ຖືກດຳ​ເນີນ​ພາຍຫລັງ​ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີນ ອວງຢາງ ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້ຮັບ​ຮູ້​ສະພາບ​ການ​ຜະລິດ​ເຫຼືອ​​ເກີ​ນ​ໃນ​ບາງ​ຂະ​ແໜງ​ການ, ​​ໃນ​ນັ້ນ​ມີ​ຂະ​ແໜງ​ເຫຼັກ​ກ້າ, ​ແມ່ນ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ​ແລະ ຕ້ອງການ​ມີ​ຄວາມ​ມານະ​ພະຍາຍາມ​ຮ່ວມ ​ເພື່ອ​ແກ້​ໄຂ​ບັນຫາ​ນີ້. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ການ​ປະຕິ​ຮູບ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ເພື່ອ​ເພີ່ມ​ໂຄ​ຕາ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ.

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ເຕື້​ອງ​ເຖິງ​ການ​ສະໜັບສະ​ໜູນ​ຂອງ ອາ​ເມ​ລິ​ກາ​ ສຳລັບ​ເລື່ອງ​ເຈລະຈາ ​ແລະ ບັນດາ​ມາດ​ຕະການ​ແກ້​ໄຂ​ໂດຍ​ສັນຕິວິທີບົນ​ພື້ນຖານ​ກົດ​ໝາຍສາກົນ.

                                                                    

ຂ່າວ/ບົດ​ອື່ນ