ສິ້ນສຸດການເຈລະຈາສັນຍາການຄ້າເສລີຫວຽດນາມພັນທະມິດພາສີລັດເຊຍ-ເບລາຮູດ-ກາຢັກສຖານ

ສິ້ນສຸດການເຈລະຈາສັນຍາການຄ້າເສລີຫວຽດນາມພັນທະມິດພາສີລັດເຊຍ-ເບລາຮູດ-ກາຢັກສຖານ - ảnh 1
ພິ​ທີລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​
ຫວຽດນາມ-ສຳພັນທະ​ມິດ​ພາສີ​ລັດ​ເຊຍ-​ເບ​ລາ​ຮູດ-ກາ​ຢັກ​ສຖານ
(ພາບ: VGP/Nhật Bắc)


(vovworld) - ຕອນ​ເຊົ້າ​ວັນ​ທີ 15/12. ຢູ່​ແຂວງ​ຕ່ຽນຢາງ. ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫວູຮູ​ຍຮ່ວາງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຄ້າ​ຄະນະ​ກຳມະການ​ເສດຖະກິດ​ອາຊີ - ​ເອີ​ລົບ Andrei Slepnhev, ຫົວໜ້າ​ຄະນະ​ເຈລະຈາ​ຝ່າຍ​ສຳພັນ​ທະ​ມິດ​ພາສີ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ-ສຳພັນທະ​ມິດ​ພາສີ​ລັດ​ເຊຍ-​ເບ​ລາ​ຮູດ-ກາ​ຢັກ​ສຖານ. ຕາມ​ນັ້ນ​ແລ້ວ, ຝ່າຍ​ສຳພັນ​ທະ​ມິດ​ພາສີສະຫງວນ​ໃຫ້​ຫວຽດນາມ ​ບຸລິ​ມາ​ສິດ​ພາສີ, ສ້າງ​​​ເງື່ອນ​ໄຂ​ໃຫ້​ແກ່​ການສົ່ງ​ອອກ​ໃໝ່​ທີ່​ສຳຄັນ​ໃຫ້​​ແກ່​ໝວດ​ສິນຄ້າ​ຫວຽດນາມ​ເຊັ່ນ: ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້ ​ແລະ ສິນຄ້າ​ອຸດສາຫະກຳ​ເຊັ່ນ: ​ເຄື່ອງ​ຕຳ່​ແຜ່ນ, ຕັດຫຍິບ, ​ເກີບ​ໜັງ, ​ເຄື່ອງ​ເຟີ​ນີ​ເຈີ. ສ່ວນ​ຝ່າຍ​ຫວຽດນາມ​ ເຫັນ​ດີ​ເປີດ​ປະຕູ​ຕະຫຼາດ​ໃຫ້​ແກ່ ​ສຳພັນ​ທະ​ມິດ​ພາສີ ສົ່ງ​ອອກ​ຜະລິດ​ຕະພັນ​ສັດລ້ຽງ, ຜະລິດ​ຕະພັນ​ອຸດສາຫະກຳ​ບາງ​ປະ​ເພດ​ເຂົ້າ​ຫວຽດນາມ. ສິນຄ້າ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ບໍ່​ແກ່ງ​ແຍ້​ງກັບ​ສິນຄ້າ​ຫວຽດນາມ, ຫາກຍັງ​ປະກອບສ່ວນ​ເຮັດ​ໃຫ້​ຕະຫຼາດ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ກວ່າ.

        ​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ​ກຽນ​ຢາງ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຄ້າ​ຄະນະ​ກຳມະການ​ເສດຖະກິດ​ອາຊີ - ​ເອີ​ລົບ Andrei Slepnhev, ຫົວໜ້າ​ຄະນະ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ ສຳພັນທະ​ມິດ​ພາສີ​ລັດ​ເຊຍ-​ເບ​ລາ​ຮູດ-ກາ​ຢັກ​ສຖານ ​ກັບ ຫວຽດນາມ. ທ່ານ​ນາຍົກ​ລັດຖະມົນຕີສະ​ເໜີ​ທັງ​ສອງ​ຝ່າຍ​ຕັ້ງໜ້າ​ປັບປຸງ​ບັນດາ​ວຽກ​ງານ​ທີ່​ຍັງ​ເຫຼືອ​, ສຳ​ເລັດ​ບັນດາ​ລະບຽບ​ການ​ພາຍ​ໃນໂດຍ​ໄວ ​ເພື່ອ​ລົງ​ນາມ​ ​​ໃນສັນຍາ​ໃນ​ຕົ້ນ​ປີ 2015. ​ທ່ານ​ນາຍົກ​ລັດຖະມົນຕີ​ເຊື່ອ​ໝັ້ນ​ວ່າ, ພ້ອມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ສັນຍາ​ນີ້​ຍັງ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ຫວຽດນາມ ​ແລະ ສຳພັນ​ທະ​ມີດ​ພາສີ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ… ພ້ອມ​ທັງ​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ ຕະຫຼາດ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ​ສະມາ​ຊິກ​ຂອງ​ສັນຍາ​ນີ້ອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ