ສິ້ນສຸດວຽກງານສຳຫຼວດກວດກາສະຖານທີ່ເຮືອບິນລັດເຊຍຕົກຢູ່ອີຢິບ

ສິ້ນສຸດວຽກງານສຳຫຼວດກວດກາສະຖານທີ່ເຮືອບິນລັດເຊຍຕົກຢູ່ອີຢິບ - ảnh 1
ສິ້ນສຸດວຽກງານສຳຫຼວດກວດກາສະຖານທີ່ເຮືອບິນລັດເຊຍຕົກຢູ່ອີຢິບ
(ພາບ: AP)


(vovworld) – ວັນ​ທີ 03/11, ລັດຖະບານ​ອີ​ຢິບ ​ໄດ້​ສິ້ນ​ສຸດ​ວຽກ​ງານ​ສຳ​ຫຼວດກວດກາ​ສະຖານ​ທີ່​ເຮືອບິນ Airbus A – 321 ຂອງ​ບໍລິສັດ​ການ​ບິນ Kogalymavia, ​ລັດ​ເຊ​ຍ ຕົກ​ຢູ່​​ແຫຼມ​ Sinai ຂອງ​​ອີ​ຢິບ ​​ເມື​່ອວັນ​ທີ 31/10 ຜ່ານ​ມາ. ​ເຮືອ​ບິນ​ຂອງ​ກະຊວງ​ສະພາວະສຸ​ກ​ເສີນລັດ​ເຊ​ຍ ​ໄດ້​ນຳ​ສິ້ນ​ສ່ວນຊາກ​ສົບຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກກາຍ​ໂຣ ກັບ​ເມືອ St.Petersburg ​ໃນ​ວັນ​ທີ 03/11. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ບັນດາ​ນັກ​ຊ່ຽວຊານ​ເລີ່​ມກວ​ດກາ ​ແລະ ​ໄຈ້​​ແຍກ​ຂໍ້​ມູນ​ຈາກກັບດຳ​ 2 ກັນຂອງ​ເຮືອບິ​ນລັດ​ເຊ​ຍ. ການ​ໄຈ​້​ແຍ​ກອາກຈະ​​ແກ່ຍາວ​ເປັນ​ເວລາ 1 ອາທິດ ຫຼື ​ເດືອນ​ໜຶ່ງ. ຄະນະ​ກຳມະການ​ສືບ​ສວນສາຍ​ເຫດ​ເຮືອບິນລັດ​ເຊ​ຍ ​ຕົກ​ຢູ່ Sinai ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ກັບ​ພາກສ່ວນ​ຕ່າງໆ​ລວມມີ​ບັນດາ​ຜູ້ຕາງໜ້າ​ຂອງ​ອີ​ຢິບ, ລັດ​ເຊ​ຍ, ຝລັ່ງ, ​ເຢຍລະ​ມັນ ກໍ​ຄື​ຜູ້ຕາງໜ້າ​ທີ່ມາ​ຈາກ​ອຽກລັງ.

ຂ່າວ/ບົດ​ອື່ນ