ສິ້ນສຸດສັບປະດາເຮັດວຽກທຳອິດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13

ສິ້ນສຸດສັບປະດາເຮັດວຽກທຳອິດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13)

(vovworld) - ​ວັນ​ທີ 25 ຕຸລາ, ສິ້ນ​ສຸດ​ສັບປະດາ​ເຮັດ​ວຽກ​ທຳ​ອິດ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ສະພາ​ແຫ່ງ​ຊາດ​ໄດ້​ສະຫງວນ​ເວລາ​ຕອນ​ເຊົ້າ​ເພື່ອ​ປຶກສາ​ຫາ​ລື​ຢູ່​ໜ່ວຍ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນ​ງົບປະ​ມານ​ແຫ່ງ​ລັດ​ປີ 2013, ​ແຜນ​ງົບປະ​ມານ​ແຫ່ງ​ລັດ ​ແລະ ວິທີ​ການຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2014; ສະຫຼຸບ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2011 – 2015; ວິທີ​ການຈຳ​ໜ່າຍ​ພັນທະບັດ​ລັດຖະບານ​ໄລຍະ 2014 – 2016. ບັນດາ​ຜູ້​ແທນ​ສະ​ແດງ​ຄວາມ​ເຫັນ​ດີ​ສູງ​ຕໍ່​ມາດ​ຕະການ​ຈຳໜ່າຍ​ພັນທະບັດ​ລັດຖະບານ​ໄລຍະ 2014 – 2016 ດ້ວຍ​ຍອດ​ຈຳນວນ​ທຶນ​ຈຳໜ່າຍ​ແມ່ນ 170.000 ຕື້​ດົງ​ເພື່ອ​ສະຫງວນ​ໃຫ້ການ​ລົງທຶນ​ພັດທະນາ​ພື້ນຖານ​ເສດຖະກິດ, ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ ​ແລະ ສືບ​ຕໍ່​ປະຕິບັດ​ບັນດາ​ໂຄງການ​ຮີບ​ດ່ວນ​ທີ່​ພວມ​​ໄດ້ຮັບ​ການ​ຜັນ​ຂະຫຍາຍ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕາງ​ກັນ​ຂອງ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ດັບ​ເພິ​ງ.

        ຕາມ​ແຜນການ​​ເຮັດ​ວຽກ ຄາດ​ວ່າ, ວັນ​ທີ 28 ຕຸລາ, ສະພາ​ແຫ່ງ​ຊາດ​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ, ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ລະ​ເມີດ​ກົ​ດໝາຍ ​ແລະ ອາດຊະຍາ​ກຳ; ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 37/2012 ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ; ຮັບ​ຟັງ​ໃບສະ​ເໜີ ​ແລະ ບົດ​ລາຍ​ງານກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີອາກອນ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ອອກ​ເມືອງ, ການຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕາງ​ກັນ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ.

ຂ່າວ/ບົດ​ອື່ນ