ສິ້ນສຸດຮອບເຈລະຈາຄັ້ງທີ 6 FTA ລະຫວ່າງ ຫວຽດນາມ ແລະ ພັນທະພາບພາສີ ລັດເຊຍ-ເບຣາຣຸດ-ກະຊັກສຖານ

ສິ້ນສຸດຮອບເຈລະຈາຄັ້ງທີ 6 FTA ລະຫວ່າງ ຫວຽດນາມ ແລະ ພັນທະພາບພາສີ ລັດເຊຍ-ເບຣາຣຸດ-ກະຊັກສຖານ - ảnh 1
ຮອບ​ເຈລະຈາ​ຄັ້ງ​ທີ 6 ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​
ຫວຽດນາມ ​ແລະ ພັນທະພາບພາສີ ລັດເຊຍ-ເບຣາຣຸດ-ກະຊັກສຖານ
(ພາບ: vietnamplus.vn)


(vovworld) –  ຮອບ​ເຈລະຈາ​ຄັ້ງ​ທີ 6 ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ຫວຽດນາມ ​ແລະ ພັນທະພາບພາສີ ລັດເຊຍ-ເບຣາຣຸດ-ກະຊັກສຖານ ສິ້ນ​ສຸດ​ລົງ​​ໃນ​ວັນ​ທີ 20/06 ພາຍຫຼັງ​ດຳ​ເນີນ​ໄປ​ເປັນ​ເວລາ 5 ວັນ​ຢູ່​ລັດ​ເຊຍ. ກ້າວ​ເຂົ້າ​ສູ່​ຮອບ​ເຈລະຈາ​ຄັ້ງ​ນີ້, ບັນດາ​ກຸ່ມ​ປະຕິບັດ​ງານ​ຂອງ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ ລ້ວນ​ແຕ່​ວາງ​ອອກ​ຄວາມ​ຕັດສິນ​ໃຈ​ແກ້​ໄຂ​ບັນດາ​ບັນຫາ​ຍັງ​ຄົງ​ຂ້າງ ​ເພື່ອ​ສຳ​ເລັດ​ບັນດາ​ເນື້ອ​ໃນ​ຂອງ​ສັນຍາ​ໂດຍ​ໄວ ​ເຊິ່ງຄາດ​ວ່າ​ດຳ​ເນີນ​ໃນ​ທ້າຍ​ປີ 2014. ກ່າວ​ຄຳ​ເຫັນ​ທີ່​ວາລະ​ອັດ, ທ່ານ​ຫົວ​ໜ້າ​ຄະນະ​ເຈລະຈາ​ຂອງພັນທະພາບພາສີ ລັດເຊຍ-ເບຣາຣຸດ-ກະຊັກສຖານ Andray Slepnhev ​ໃຫ້​ຮູ້​ວ່າ.

        “ທີ່ຮອບ​ເຈລະຈາ​ຄັ້ງ​ທີ 6 ​ນີ້, ພວກ​ຂ້າພະ​ເຈົ້າ​ເປ​ັນສະມາຊິກ​ໃນ​ຄະນະ​ເຈລະຈາ​ບັນລຸ​ໄດ້​ໝາກຜົນ​ອັນ​ດີງາມ, ຖືກ​ກັບ​ທຸກ​ສິ່ງ​ທີ່​ໄດ້ເປັນ​ເອກະ​ພາບ​ທີ່​ການ​ພົບ​ປະ​ເຊິ່ງດຳ​ເນີນ​ໄປ​ຢູ່​ດ່າ​ນັ້ງ. ການ​ເຈລະຈາ​ຄັ້ງ​ນີ້​ບັນລຸ​ໄດ້​​ຄວາມກ້າວ​ໜ້າຫຼາຍ​ພໍ​ສົມຄວນ​ໃນບັນດາເນື້ອ​ໃນ​ຂອງ​ສັນຍາ ​ແລະ ມຸ່ງ​ໄປ​ເຖິງ​ຈິດ​ໃຈຊຸກຍູ້​ບັນດາ​ການ​ພົວພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.”

        ສ່ວນ​ທ່ານ​ຫົວ​ໜ້າ​ຄະນະ​ເຈລະຈາ​ຫວຽດນາມ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູຮຸຍ​ຮ່ວາງ ​ແບ່ງປັຍວ່າ.

        “ອາດ​ເວົ້າ​ໄດ້​ວ່າ, ຮອບ​ເຈລະຈາ​ຄັ້ງ​ນີ້​ບັນລຸ​ໄດ້​ໝາກຜົນ​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ. ສ່ວນ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຂ້າງ​​ແມ່ນບໍ່​ຫຼາຍ ​ແລະ ​ໄດ້​ມີ​ບັນດາ​ວິ​ທີສຳ​ພັດ​ແລ້ວ. ບົນ​ຈິດ​ໃຈ​ນັ້ນ, ທັງ 2 ຄະນະ​ລ້ວນ​ແຕ່​ເຊື່ອ​ໝັ້ນ​ວ່າ, ລະດັບ​ຄວາມ​ຄືບ​ໜ້າ ​ແລະ ຄາດໝາຍ​ສິ້ນ​ສຸດ​ການ​ເຈລະຈາ ​ແມ່ນ​ອາດສາມາດ​ເປັນ​ໄປ​ໄດ້.”

        ຮອບ​ເຈລະຈາ​ຄັ້ງ​ທີ 7 ຈະ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 15 – 19/09 ຢູ່​ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ