ສູນ​ສື່ມວນ​ຊົນ​ຮັບ​ໃຊ້​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ ຈະ​ເປີດນຳ​ໃຊ້​ໃນ​ວັນ​ທີ 22 ມັງ​ກອນ

(VOVWORLD) -ສູນສື່ມວນຊົນຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຈະເປີດນຳໃຊ້ໃນວັນທີ 22 ມັງກອນ ຢູ່ຫໍປະຊຸມແຫ່ງຊາດ.
ສູນ​ສື່ມວນ​ຊົນ​ຮັບ​ໃຊ້​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ ຈະ​ເປີດນຳ​ໃຊ້​ໃນ​ວັນ​ທີ 22 ມັງ​ກອນ - ảnh 1ທ່ານ ຫວໍວັນເຖືອງ - ຫົວໜ້າຄະນະໂຄສະນາສຶກສາສູນກາງ ກ່າວຄຳເຫັນຊີ້ນຳກອງປະຊຸມ ຂອງຄະນະຈັດຕັ້ງສູນສື່ມວນຊົນ (ພາບ: TTXVN)

ຄະນະໂຄສະນາສຶກສາສູງກາງພັກ ໄດ້ປະກາດໃຊ້ລະບຽບການກ່ຽວກັບການເຄື່ອນໄຫວຂອງສູນສື່ມວນຊົນ ແລະ ຂໍ້ກຳນົດລະອຽດສຳລັບ ນັກຂ່າວ, ນັກເຕັກນິກ ໃນໄລຍະປະຕິບັດງານ. ໄລ່ມາຮອດປັດຈຸບັນ, ມີນັກຂ່າວ, ນັກເຕັກນິກທັງຢູ່ພາຍໃນ ແລະ ອົງການສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ຫຼາຍກວ່າ 560 ຄົນ ໄດ້ລົງທະບຽນມາເອົາຂ່າວຢູ່ທີ່ນີ້… ນັກຂ່າວພາຍໃນ ແລະ ສາກົນທີ່ມາເອົາຂ່າວທີ່ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ຮັບການກວດວິໄຈເຊື້ອໄວຣັດ SARS – CoV – 2 ຕາມຄຳສະເໜີ ຂອງຄະນະຈັດຕັ້ງ ແລະ ຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງ ພັກ.

ຕອບກັບ

ຂ່າວ/ບົດ​ອື່ນ