ສິນ​ໃນ​ນ້ຳ ຫວຽດ​ນາມ ມີທີ່​ຕັ້ງ​ທີ່​ໝັ້ນ​ຄົງ​ໃນ​ຕະຫຼາດ ສິງ​ກະ​ໂປ

(VOVWORLD) - ຕາມຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ, ວົງເງິນສົ່ງອອກຂອງສິນໃນນ້ຳ ຫວຽດນາມ  ເຂົ້າຕະຫຼາດ ສິງກະໂປ ໃນ 6 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 0.81%.
ສິນ​ໃນ​ນ້ຳ ຫວຽດ​ນາມ ມີທີ່​ຕັ້ງ​ທີ່​ໝັ້ນ​ຄົງ​ໃນ​ຕະຫຼາດ ສິງ​ກະ​ໂປ - ảnh 1

(ພາບ: VOV)

    ບັນດາຕົວເລກສະຖິຕິ 6 ເດືອນຕົ້ນປີໃຫ້ເຫັນວ່າ ເປັນຄັ້ງທຳອິດທີ່ສິນໃນນ້ຳ ຫວຽດນາມ ຮັກສາທີ່ຕັ້ງແມ່ນຄູ່ຮ່ວມມືໃຫ່ຍອັນດັບທີ 5 ຂອງ ສິງກະໂປ ໃນ 2 ໄຕມາດຢ່າງລຽນຕິດ ຊື່ງສະແດງທີ່ຕັ້ງ ແລະ ບົດບາດສຳຄັນຂອງ ສິນໃນນ້ຳ ຫວຽດນາມ ຢູ່ຕະຫຼາດນີ້.

  ຕາມຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ, ວົງເງິນສົ່ງອອກຂອງສິນໃນນ້ຳ ຫວຽດນາມ  ເຂົ້າຕະຫຼາດ ສິງກະໂປ ໃນ 6 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 0.81% (ມູນຄ່າສົ່ງອອກບັນລຸເກືອບ 51.7 ລ້ານ SGD) ກວມເອົາເກືອບ 9.46 ອັດຕາສ່ວນໃນຕະຫຼາດ. ທ່ານ ກາວຊັວນທັງ ທູດການຄ້າ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຫວຽດນາມ ຕ້ອງສືບຕໍ່ ຍົກສູງກ່ວາອີກ ຄຸນນະພາບບັນດາປະເພດສິນໃນນ້ຳ, ພ້ອມທັງຕັ້ງໜ້າຕອບສະໜອງບັນດາການເຄື່ອນໄຫວຂອງຫ້ອງການການຄ້າ ເຊື່ອມຈອດກັບບັນດາສະຫະສະມາຄົມ, ວິສາຫະກິດສິນໃນນ້ຳ ສິນທະເລຂອງ ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ