ສິນໃນນ້ຳຫວຽດນາມມີຄວາມສາມາດບົ່ມຊ້ອນສົ່ງອອກໄປຍັງ ອີຢູ

(VOVWORLD) -ອີຢູ ຢືນອັນດັບ 2 ຖັດຈາກ ອາເມລິກາ ໃນບັນດາຕະຫລາດສົ່ງອອກກຸ້ງຂອງຫວຽດນາມ ໄລຍະ 2010- 2019

ທີ່ກອງປະຊຸມສຳມະນາ “ຮົ້ວກີດຂວາງດ້ານເຕັກນິກ ເພື່ອຜັນຂະຫຍາຍ ສັນຍາ EVFTA ສຳລັບຂະແຫນງສິນໃນນ້ຳ” ໂດຍ ກົມປຸງແຕ່ງ ແລະພັດທະນາຕະຫລາດຜະລິດຕະພັນກະເສດ ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຕັ້ງໃນວັນທີ 16 ຕຸລາ ຢູ່ ນະຄອນເກີນເທີ, ບັນດາຜູ້ຊ່ຽວຊານ ເອີລົບຕີລາຄາວ່າ ສິນໃນນ້ຳຫວຽດນາມ ມີຄວາມສາມາດບົ່ມຊ້ອນສົ່ງອອກໄປຍັງອີຢູ. ປະຈຸບັນ ມີວິສາຫະກິດຫວຽດນາມຫລາຍແຫ່ງ ໄດ້ພິສູດໃຫ້ເຫັນຄຸນນະພາບຜະລິດຕະພັນແມ່ນຕອບສະຫນອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງອີຢູ, ສອດຄ່ອງກັບ ຄວາມນິຍົມຊົມຊອບຂອງຜູ້ບໍລິໂພກອີຢູ.

 ຕາມ ທ່ານ ດ່າວຈ້ອງຮຽວ ຮອງຫົວຫນ້າຫ້ອງການພັດທະນາຕະຫລາດສິນໃນນ້ຳ ແລ້ວ, ການນຳເຂົ້າສິນໃນນ້ຳຂອງອີຢູ ແຕ່ລະປີແມ່ນກວ່າ22 ຕື້ USD, ໃນຂະນະການສົ່ງອອກສິນໃນນ້ຳຂອງຫວຽດນາມໄປຍັງຕະຫລາດນີ້ ພຽງແຕ່ປະມານ 1,2 – 1,4 ຕື້ USD ໃນແຕ່ລະປີ, ເຊິ່ງເປັນຕົວເລກຍັງຈຳກັດຢູ່. ອີຢູ ຢືນອັນດັບ 2 ຖັດຈາກ ອາເມລິກາ ໃນບັນດາຕະຫລາດສົ່ງອອກກຸ້ງຂອງຫວຽດນາມ ໃນໄລຍະ 2010- 2019. ໃນໄລຍະ 5 ປີຈະມາເຖິງ, ການສົ່ງອອກສິນໃນນ້ຳຂອງຫວຽດນາມໄປຍັງຕະຫລາດ ອີຢູ ຈະເຕີບໂຕດີກວ່າ ຖ້າຫາກບັດເຫລືອງ IUU ຖືກຍົກເລີກ, ຍາດແຍ່ງໄດ້ການບຸລິມະສິດຈາກພາສີຕາມສັນຍາ EVFTA.. ດ້ວຍວົງເງິນສົ່ງອອກຄາດວ່າໃນ 5ປີຈະມາເຖິງ ຈະບັນລຸ 1,2- 1,5 ຕື້ USD/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ