ສືບຕໍ່ກໍ່ສ້າງ ແລະ ປັບປຸງພື້ນຖານທົ່ວປວງຊົນປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງໝັ້ນຄົງ

(VOVWORLD) - ສະພາບການພາຍໃນປະເທດ ແລະ ໂລກໄດ້ວາງອອກໜ້າທີ່ໜັກໜ່ວງທີ່ສຸດໃຫ້ບັນດາກຳລັງຕຳຫຼວດປະຊາຊົນ, ຮຽກຮ້ອງຕ້ອງມານະພະຍາຍາມສູງກ່ວາອີກ, ສືບຕໍ່ສູ້ຊົນປະຕິບັດສຳເລັດບັນດາຄາດໝາຍ
ສືບຕໍ່ກໍ່ສ້າງ ແລະ ປັບປຸງພື້ນຖານທົ່ວປວງຊົນປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງໝັ້ນຄົງ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມ ເຂົ້າຮ່ວມກອງປະຊຸມ

ວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມຕຳຫຼວດທົ່ວປະເທດ, ເພື່ອແນໃສ່ສະຫລຸບສະພາບການ, ໝາກຜົນວຽກງານຕຳຫຼວດປີ 2017, ຜັນຂະຫຍາຍໜ້າທີ່ວຽກງານປີ 2018. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍບັນດາຜົນງານທີ່ກະຊວງຕຳຫຼວດ ແລະ ກຳລັງຕຳຫຼວດປະຊາຊົນບັນລຸໄດ້ໃນວຽກງານຕ່າງໆໃນປີຜ່ານມາ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນບັນດາຜົນງານລວມຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ: ປີ 2018 ແມ່ນປີທີ 3 ຂອງອາຍຸການຊຸດທີ 12 - ປີບານພັບທີ່ມີຄວາມໝາຍຕັດສິນໄຊຊະນະຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ສະພາບການພາຍໃນປະເທດ ແລະ ໂລກໄດ້ວາງອອກໜ້າທີ່ໜັກໜ່ວງທີ່ສຸດໃຫ້ບັນດາກຳລັງຕຳຫຼວດປະຊາຊົນ, ຮຽກຮ້ອງຕ້ອງມານະພະຍາຍາມສູງກ່ວາອີກ, ສືບຕໍ່ສູ້ຊົນປະຕິບັດສຳເລັດບັນດາຄາດໝາຍ, ຄຳຮຽກຮ້ອງ, ໜ້າທີ່, ຕົວເລກຄາດໝາຍທີ່ໄດ້ວາງອອກ. ກຳລັງຕຳຫຼວດຕ້ອງເປັນເຈົ້າການສະກັດກັ້ນ, ຕໍ່ສູ້, ກີດຂວາງບັນດາກົນອຸບາຍ, ການເຄື່ອນໄຫວມ້າງເພທຳລາຍຂອງບັນດາກຳລັງທີ່ເປັນປໍລະປັກຢ່າງທັນການ ແລະ ມີປະສິດທິຜົນ; ເປັນເຈົ້າການໃນການສື່ສານ, ໂຄສະນາ, ກຳນົດທິດຫາງສຽງ, ຕໍ່ສູ້ປະຕິເສດບັນດາຖ້ອຍທຳນອງທີ່ຜິດເຂວ, ປໍລະປັກ, ເປັນຕົ້ນແມ່ນໃນອີນເຕີເນັດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:

        “ຕຳຫຼວດຄວນເປັນກຳລັງຫຼັກແຫຼ່ງ, ສົມທົບກັບບັນດາຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະຮັບປະກັນຄວາມໝັ້ນຄົງແຫ່ງຊາດຢ່າງໜັກແໜ້ນ, ສ້າງການຫັນປ່ຽນຢ່າງຈະແຈ້ງກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຮັບປະກັນຄວາມປອດໄພໃຫ້ແກ່ຊີວິດຂອງປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາເອກະລາດ, ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະຖຽນລະພາບດ້ານການເມືອງ, ສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພເພື່ອໃຫ້ປະເທດຊາດພັດທະນາໄວ ແລະ ຍືນຍົງ. 

ຕອບກັບ

ຂ່າວ/ບົດ​ອື່ນ