ສືບຕໍ່ກອງປະຊຸມຄັ້ງທີ 21 ຄະນະປະຈຳ ສະພາແຫ່ງຊາດ

ສືບຕໍ່ກອງປະຊຸມຄັ້ງທີ 21 ຄະນະປະຈຳ ສະພາແຫ່ງຊາດ - ảnh 1
(ກອງ​ປະຊຸມ​ຄັ້ງ​ທີ 21 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາ​ດ)

(vovworld) - ​ໂດຍສືບ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 21, ຕອນ​ເຊົ້າ​ວັນ​ທີ 12 ກັນຍາ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ໝາກຜົນ​ການ​ປ່ອນ​ປັດ​ໄວ້​ວາງ​ໃຈ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ ​ແລະ ການ​ກະກຽ​ມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ຕາມ​ບົດ​ລາຍ​ງານ​ໝາກຜົນ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ ທີ່​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ ​ໂດຍ​ທ່ານນາງ​ຫົວໜ້າ​ຄະນະ​ວຽກ​ງານ​ສະມາຊິກສະພາ​ແຫ່ງ​ຊາດ ຫງວຽນ​ທິ​ເນືອງ ​ສະ​ເໜີ, ​ເລື່ອງປ່ອນ​ບັດ​ໄວ້​ວາງ​ໃຈ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ​ເປີດ​ເຜີຍ, ກະຈາ​ງ​ແຈ້ງ, ຮັບປະກັນ​ຕາມ​ລະບຽບການ ​ແລະ ຫຼັກການ​ປະຊາທິປະ​ໄຕ, ບົດບາດ​ຂອງ​ສະມາຊິກສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຊາຊົນ​ໄດ້​ຮັບ​ການຍົກ​ສູງຂຶ້ນ. ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​​ເຫັນ​ດີ​ກັບ​ບົດ​ລາຍ​ງານ​ໝາກຜົນ​​ຮັບ​ເອົາ​ບັດ​ໄວ້​ວາງ​ໃຈ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ. ມີ​ຫຼາຍ​ຄຳ​ເຫັນ​ສະ​ເໜີ​ວ່າ ຄວາມຮັກສາພຽງ 2 ລະດັບ​ ນັ້ນແມ່ນ “​ໄວ້​ວາງ​ໃຈ” ​ແລະ “​ໄວ້ວາງ​ໃຈ​ຕໍ່າ” ສຳລັບ​​ແບບຜ່ອນ​ບັດ​ໄວ້​ວາງ​ໃຈ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ. ກ່ຽວ​ກັບ​ວຽກ​ງານ​ກະກຽມ ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫງວຽນ​ແຮ້ງ​ຟຸກ ​ຊີ້​ແຈ້ງວ່າ: ຍອດເວລາ​ເຮັດ​ວຽກ​ຂອງ​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ແມ່ນ​ປະມານ 35 ວັນ (ບໍ່ໍນັບ​ທັງວັນພັກ), ​ໃນ​ນັ້ນ​ກອງ​ປະຊຸມ​ຈັດກຽ​ມ ​ແລະ ​ໄຂ​ກອງ​ປະຊຸມ​ໃນ​ວັນ​ທີ 21 ຕຸລາ ​ແລະ ຄາດ​ວາ​ຈະ​ອັດ​ລົງ​ໃນ​ວັນ​ທີ 03 ທັນວາ 2013. ນີ້​ແມ່ນ​ກອງ​ປະຊຸມ​ທີ່​ໄດ້​ຕົກລົງ​ຫຼາຍ​ບັນຫາ​ສຳຄັນ, ​ໃນ​ນັ້ນ​ມີ​ເລື່ອງ​ຮັບຮອງ​ເອົາ​ການ​ປັບປຸງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ​ແລະ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ