ສືບຕໍ່ກອງປະຊມສະໄຫມສາມັນເທື່ອທີ6ສະພາແຫ່ງຊາດຫວຽດນາມຊຸດທີ13

ສືບຕໍ່ກອງປະຊມສະໄຫມສາມັນເທື່ອທີ6ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ກອງປະຊມສະໄຫມສາມັນເທື່ອທີ6ສະພາແຫ່ງຊາດ
ຫວຽດນາມຊຸດທີ13
ພາບ: internet

(vovworld)-ຕ້ອງປະຕິບັດກົດໝາຍ​ຢ່າງ​ເຂັ້​ມງວດ​ກວ່າ ນີ້​ແມ່ນ​ຫນື່ງ​ໃນ​ບັນດາ​ຄຳ​ສະ​ເຫ​ນີຂອງ ບັນດາສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ຕ້ານ​ການລະ​ເມີດ​ກົດໝາຍ ​ແລະ ອາດຊະຍາ​ກຳ, ກ່ຽວ​ກັບ​ວຽກ​ງານ​ຂອງ​ຂະ​ແຫນງ​ຕຸລາການ ​ແລະ ວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ປີ 2013. ຕາມ ສສຊ ບາງ​ທ່ານ​ແລ້ວ, ຄວນ​ກວດກາ​ຄືນ​ບັນດາ​ເອກະສານ​ດ້ານ​ກົດໝາຍອາຍາ​ເພ່ືອ​ປັບປຸງ, ​ເພີ່ມ​ເຕີມ​ຢ່າງ​ທັນ​ການ​ຫລື​ຍົກ​ເລີກ​ບັນດາ​ເອກະສານ​ບໍ່​​ເໝາະ​ສົມ​ເພື່ອ​ຈຳກັດປະກົດ​ການ​ຫຍໍ້​ທໍ້, ​ເພີ່ມ​ທະວີ​ບົດບາດ​ຂອງ​ອົງການ​ກວດກາ​ມ​ໃນ​ການຄົ້ນ​ພົບ​ບັນດາ​ກໍລະນີ​ລະ​ເມີດ​ກົດໝາຍ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ໃນ​ກາ​ນ​ເຜີຍ​ໂທດ​ອາດຊະຍາ​ກຳ. ທ່ານ​ນາງ ​ເຈີ​ນທີ​ຮວາ​ຊີງ, ສສຊ ​ແຂວງ ລ້າງ​ເຊີນ ສະ​ເຫ​ນີວ່າ:

        “ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ສະ​ເຫ​ນີປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ວຽກ​ງານ​ຕຸລາການ, ​ເພີ່ມ​ທະວີ​ວຽກ​ງານ​ກຳ​ແຫນ້ນ, ​ໄຈ້​ແຍກ​ສະພາບ​ການ ​ແລະ ມີ​ບັນດາ​ມາດ​ຕະການ​ຕັ້ງຫນ້າ​ເປັນ​ເຈົ້າ​ການ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ. ບັນດາ​ບົດ​ລາຍງານ​ຂອງ​ລັດຖະບານ, ສານ, ​ໄອ​ຍະ​ການ ຄວນ​ເຮັດ​ແຈ້ງ​ສາຍ​ເຫດ, ​ເຫດຜົນ​ກ່ຽວ​ກັບ​ສະພາບ​ລະ​ເມີດ​ກົດໝາຍ ​ແລະ ອາດຊະຍາ​ກຳ.”


ຂ່າວ/ບົດ​ອື່ນ