ສືບຕໍ່ການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ

ສືບຕໍ່ການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
(ພາບປະກອບ:Thái Hùng/TTXVN)

(vovworld) –  ​​ ຕອນ​ເຊົ້າ​ວັນ​ທີ 21/4, ຢູ່​ນະຄອນ​ວິ​ງ, ​ແຂວງ ​ເຫ​ງ້ອານ, ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​​ເສດຖະກິດ​ລະດູບານ​ໃໝ່​ປີ 2015. ດ້ວຍ​ຫົວ​ຂໍ້​ວ່າ: “ສືບ​ຕໍ່​ການ​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ”, ເວທີ​ປາ​ໄສ​​ເສດຖະກິດ​ລະດູບານ​ໃໝ່​ປີ 2015 ສຸມ​ໃສ່​ຕີ​ລາຄາ, ​ເພີ່ມ​ເຕີມ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ 2014; ສະ​ເໜີ​ມາດ​ຕະການ​ຜັນ​ຂະຫຍາຍ​ແຜນການ​ພັດທະນາ​ເສດ​ຖະກິດ-​ສັງຄົມ​ປີ 2015. ​ທີ່​ເວທີ​ປາ​ໄສນີ້, ບັນດາ​ນັກ​ຊ່ຽວຊານ​ເສດຖະກິດ ​ແລະ ຜູ້​ວາງນະ​ໂຍບາຍ​ພ້ອມ​ກັນ​ປຶກສາ​ຫາລື​ບັນດາ​ບາດກ້າວ​ປະຕິ​ຮູບ​ຢ່າງ​ລະອຽດ ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ, ຕີ​ລາຄາ​ບັນດາ​ມາດຕະຖານ ​ໃນ​ການ​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຕິດ​ກັບ​ການ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ​ປີ 2013 ຢ່າງ​ລະອຽດ ​ແລະ ກົດໝາຍສຳຄັນ​​ຈຳນວນ​ໜຶ່ງທີ່​ຫາ​ກໍ່​ປະກາດ​ໃຊ້​ຄື: ກົດໝາຍ​ວ່າດ້ວຍການປະມູນ, ກົດໝາຍ​​ວ່າດ້ວຍການ​ລົງທຶນ, ກົດໝາຍ​​ວ່າດ້ວຍວິ​ສາ​ຫະກິດ. ບັນດາ​ຂໍ້​ສະ​ເໜີ​ແນະ ​ຈາກ​ເວທີ​ປາ​ໄສ​ນີ້​ກໍ່​ຖືກກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ​ຮັບ​ຮູ້, ຕີ​ລາຄາ​ເພີ່ມ​ເຕີມ​ໃນ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ 2014 ​ແລະ ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ 2015.

ຂ່າວ/ບົດ​ອື່ນ