ສືບຕໍ່ການສົມທົບກັນປະຕິບັດງານລະຫວ່າງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ສືບຕໍ່ການສົມທົບກັນປະຕິບັດງານລະຫວ່າງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)


(vovworld) - ​ໂດຍ​ປະຕິບັດຕາມ​ຂໍ້​ກຳນົດ​ກ່ຽວກັບການ​ສົມທົບ​ກັນ​ປະຕິບັດ​ງານລະຫວ່າງ​ລັດຖະບານ ​ແລະ ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ວັນ​ທີ 19/2, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​ແລະ ທ່ານ​ປະທານຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີນ ​​ໄດ້​ເປັນ​ປະທານ​ການ​ເຮັດ​ວຽກ​ເພື່ອ​ຕີ​ລາຄາໝາກຜົນ​ແຫ່ງ​ການ​ປະຕິບັດຂໍ້​ກຳນົດສົມທົບ​ກັນ​ປະຕິບັດ​ງານ​ໃນ​ປີ 2013; ປຶກສາ​ຫາລືກ່ຽວກັບ​ຈຸດ​ໃຈກາງ​ໃນ​ການສົມທົບ​ກັນ​ປະຕິບັດ​ງານປີ 2014.ວັນ​ທີ 6/3, ຫ້ອງວ່າການ​ລັດຖະບານ​​ໄດ້​ອອກ​​ແຈ້ງ​ການ​ສະຫຼຸບກ່ຽວກັບ​ກອງ​ປະຊຸມ​ດັ່ງກ່າວ.

     ຕາມ​ການ​ຕີ​ລາຄາ​ຂອງ​ທ່ານນາຍົກລັດຖະມົນຕີ​ແລ້ວ: ປີ 2013, ລັດຖະບານ ​ແລະ ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ເພີ່ມ​ທະວີ​ວຽກງານ​ສົມທົບ​ກັນ; ບັນລຸ​ໄດ້ປະສິດທິ​ຜົນ​ຕົວ​ຈິງ, ຊ່ວຍ​ແຕ່ລະ​ຝ່າຍ​ສຳ​ເລັດໜ້າທີ່​ຂອງ​ຕົນ​ຢ່າງ​ດີ. ​ເພື່ອ​ປະຕິບັດ​ໜ້າທີ​ແຜນການ​ປີ 2014 ຢ່າງ​ມີ​ໄຊຊະນະ, ທ່ານນາຍົກລັດຖະມົນຕີະ​ເໜີ​ໃຫ້ລັດຖະບານ ​ແລະ ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສືບ​ຕໍ່​ສົບ​ທົບ​ກັນ​ປັບປຸງ, ​ເປີດ​ກວ້າງ ​ແລະ ​ເພີ່ມ​ທະວີ​ກຸ່ມກ້ອນ​ມະຫາສາມັກ​ຄີ​ທົ່ວ​ປວງ​ຊົນ​; ຍູ້​ແຮງ​ການ​ໂຄສະນາ, ຂົນຂວາຍ​ປະຊາຊົນ​ເຂົ້າຮ່ວມ​ການ​ສ້າງສາ, ເສີມ​ຂະຫຍາຍກຸ່ມກ້ອນ​ມະຫາສາມັກ​ຄີ​ທົ່ວ​ປວງ​ຊົນ​ໃນ​ວິວັດ​ການ​ປ່ຽນ​ໃໝ່ຕາມ​ເນື້ອໃນຈິດໃຈ​ຂອງ​ມະຕິ​ກອງ​ປະຊຸມຄັ້ງທີ 11 ຂອງ ພັກ.

ຂ່າວ/ບົດ​ອື່ນ