ສືບ​ຕໍ່​ຊ​ຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ບ​ຣູ​ໄນ - ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ

(VOVWORLD) -       ເນື່ອງໃນໂອກາດຢ້ຽມຢາມ ບຣູໄນ ຢ່າງເປັນທາງການ (ແຕ່ວັນທີ 6 – 8 ກັນຍາ) ແລະ ເປັນປະທານຮ່ວມກອງປະຊຸມເທື່ອທີ 2 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ບຣູໄນ, ຕອນບ່າຍວັນທີ 07 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບກະສັດ Sultan Haji Hassanal Bolkiah ຢູ່ພະລາດຊະວັງ Istana Nurul Iman.
ສືບ​ຕໍ່​ຊ​ຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ບ​ຣູ​ໄນ - ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຢ້ຽມຂ່ຳນັບກະສັດ Sultan Haji Hassanal Bolkiah ຢູ່ພະລາດຊະວັງ Istana Nurul Iman (ພາບ: baoquocte.vn)

ກະສັດ ບຣູໄນ ຢັ້ງຢືນວ່າ ຫວຽດນາມ ແມ່ນເພື່ອນ ແລະ ຄູ່ຮ່ວມມືສຳຄັນຂອງ ບຣູໄນ ຢູ່ພາກພື້ນ; ພ້ອມທັງໃຫ້ຮູ້ວ່າ ຈະຊີ້ນຳບັນດາກະຊວງ, ຂະແໜງການຂອງ ບຣູໄນ ສົມທົບກັບ ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ບຣູໄນ - ຫວຽດນາມ ໃຫ້ພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

        ສ່ວນທ່ານ ບຸ່ຍແທັງເຊີນ ປາດຖະໜາວ່າ ກະສັດ ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ, ສະເໜີສອງຝ່າຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດຫຼາຍຝ່າຍ ແລະ ອາຊຽນ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ບຣູໄນ Dato Erywan Pehin Yusof ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມ ກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ບຣູໄນ. ໃນກອງປະຊຸມດັ່ງກ່າວ, ສອງຝ່າຍເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະສ້າງໂຄງການເຄື່ອນໄຫວຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຮອບດ້ານ ໄລຍະ 2023 – 2027; ອຳນວຍຄວາມສະດວກ, ສົ່ງເສີມວິສາຫະກິດເພີ່ມທະວີການເຊື່ອມຕໍ່, ຫັນແຫຼ່ງສະໜອງ ແລະ ໂຄງປະກອບການຄ້າເປັນຫຼາຍຮູບຫຼາຍແບບ; ຊອກຫາກາລະໂອກາດເປີດກວ້າງການລົງທຶນໃນຂົງເຂດຕ່າງໆ. ລັດຖະມົນຕີສອງທ່ານກໍເຫັນດີສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ເສີມຂະຫຍາຍຫຼັກການ ແລະ ຫຼັກໝັ້ນລວມຂອງ ອາຊຽນ ໃນການພົວພັນຄູ່ຮ່ວມມື, ກໍຄືໃນບັນດາບັນຫາ ມຽນມາ ແລະ ທະເລຕາເວັນອອກ.


ຕອບກັບ

ຂ່າວ/ບົດ​ອື່ນ