ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ພັ​ດ​ທະ​ນາ​ໃນຫຼາຍ​ດ້ານ

(VOVWORLD) -ທ່ານ Daniel kritenbrink ໄດ້ເນັ້ນໜັກວ່າ ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ໄດ້ປະກອບສ່ວນເຂົ້າບົດບາດສຳຄັນໃນການປັບປຸງ, ພັດທະນາການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ດ້ວຍເລື່ອງທີ່ວ່າ ມີວິສາຫະກິດອາເມລິກາ ຫຼາຍແຫ່ງປະກົດຕົວ ຢູ່ ນະຄອນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການສ້າງສາ ແລະ ພັດທະນານະຄອນໂຮ່ຈີມິນ.
ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ພັ​ດ​ທະ​ນາ​ໃນຫຼາຍ​ດ້ານ - ảnh 1 ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນໃຫ້ການຕ້ອນຮັບທ່ານ Daniel kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ (ພາບ: TTXVN)

 ທີ່ການຕ້ອນຮັບທ່ານ Daniel kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມໃນວັນທີ 23 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ແບ່ງປັນບັນດາຄວາມສາມາດບົ່ມຊ້ອນ, ກຳນົດທິດການພັດທະນາຂອງນະຄອນ ໂຮ່ຈີມິນໃນໄລຍະທີ່ຜ່ານມາ, ທ່ານຫງວຽນທຽນເຍິນ ມີຄວາມປາດຖະໜາວ່າ ບັນດາວິສາຫະກິດ ອາເມລິກາຈະເຂົ້າຮ່ວມວິວັດການສ້າງສາ ແລະ ພັດທະນານະຄອນໂຮ່ຈີມິນໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນບັນດາໂຄງການກໍ່ສ້າງຕົວເມືອງອັດສະລິຍະ, ຕົວເມືອງປະດິດສ້າງທາງທິດຕາເວັນອອກ.

        ສ່ວນທ່ານ Daniel kritenbrink ໄດ້ເນັ້ນໜັກວ່າ ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ໄດ້ປະກອບສ່ວນເຂົ້າບົດບາດສຳຄັນໃນການປັບປຸງ, ພັດທະນາການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ດ້ວຍເລື່ອງທີ່ວ່າ ມີວິສາຫະກິດອາເມລິກາ ຫຼາຍແຫ່ງປະກົດຕົວ ຢູ່ ນະຄອນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການສ້າງສາ ແລະ ພັດທະນານະຄອນໂຮ່ຈີມິນ. ຄຽງຄູ່ກັນນັ້ນ, ສອງປະເທດໄດ້ມີບັນດາການເຄື່ອນໄຫວຢ່າງຕັ້ງໜ້າເພື່ອຊຸກຍູ້ການພົວພັນໃນບັນດາຂົງເຂດການທູດປະຊາຊົນ, ການຮ່ວມມືດ້ານສາທາລະນະສຸກ, ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ