ສືບຕໍ່ຊຸກຍູ້ການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດຕ່າງໆ

(VOVWORLD) - ກ່ຽວກັບການກຳນົດທິດການຮ່ວມມືປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ສືບຕໍ່ຊຸກຍູ້ການຮ່ວມມື 2 ຝ່າຍ ຫວຽດນາມ - ລາວ ໃນບັນດາຂົງເຂດ
ສືບຕໍ່ຊຸກຍູ້ການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດຕ່າງໆ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ

ຕອນເຊົ້າວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກັບຄະນະກຳມະການຮ່ວມມື ຫວຽດນາມ - ລາວ ແລະ ບາງກະຊວງ, ຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບການຜັນຂະຫຍາຍການຮ່ວມມືກັບລາວປີ 2017 ແລະ ທິດທາງປີ 2018. ເຂົ້າຮ່ວມກອງປະຊຸມ, ຍັງມີທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ.

        ກ່າວຄຳເຫັນທີ່ການເຮັດວຽດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ໃນປີ 2017, ປີສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ, 2 ຝ່າຍໄດ້ຈັດຕັ້ງການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ ຢ່າງສົມກຽດ. ທ່ານນາຍົກລັດຖະມົນຕີ ຕີລາຄາ ບັນດາຂະແໜງການ, ຂັ້ນຕ່າງໆຂອງ 2 ປະເທດສົມທົບກັນປະຕິບັດແຜນນະໂຍບາຍຂອງກົມການເມືອງ, ນາຍົກລັດຖະມົນຕີ 2 ປະເທດໂດຍພື້ນຖານ.

        ກ່ຽວກັບການກຳນົດທິດການຮ່ວມມືປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ສືບຕໍ່ຊຸກຍູ້ການຮ່ວມມື 2 ຝ່າຍ ຫວຽດນາມ - ລາວ ໃນບັນດາຂົງເຂດ, ໃນນັ້ນ ສຸມໃສ່ບາງຂົງເຂດຄື ການຮ່ວມມືຂຸດຄົ້ນທ່າກ່ຳປັ່ນ ຫວູງອ໋າງ, ໄຟຟ້າ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີກະກຽມໃຫ້ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມື 2 ຝ່າຍ ຫວຽດນາມ - ລາວ ຈະຈັດຕັ້ງໃນປີນີ້ເປັນຢ່າງດີ, ພິເສດແມ່ນການກະກຽມບັນດາເອກະສານ, ຂໍ້ຕົກລົງຮ່ວມມືເພື່ອໃຫ້ກອງປະຊຸມບັນລຸໝາກຜົນຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ