ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງVOVແລະວິທະຍຸກະຈາຍສຽງແຫ່ງຊາດລາວ

ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງVOVແລະວິທະຍຸກະຈາຍສຽງແຫ່ງຊາດລາວ - ảnh 1
ຜູ້​ແທນ 2 ຝ່າຍ​ຖ່າຍ​ຮູບ​ທີ່​ເປັນ​ທີ່​ລະ​ນຶກ

(vovworld) – ​​​ຕອນ​ເຊົ້າ​ວັນ​ທີ 22/11, ທີ່​ສຳ​ນັກ​ງານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (​ເລກ​ທີ 58 ຖະ​ໜົນ ກວານ​ສື້, ຮ່າ​ໂນ້ຍ), ທ່ານ ຫງວຽນ​ເທ໋​ກີ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ລາວ ໂດຍ​ທ່ານ ໂພ​ສີ ແກ້ວ​ມະ​ນີ​ວົງ, ຜູ້​ອຳ​ນວຍ​ການ​ໃຫຍ່ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ລາວ, ເປັນ​ຫົວ​ໜ້າ​ຄະ​ນະ​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ຫງວຽນ​ເທ໋​ກີ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ແນະ​ນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ປະ​ຫວັດ ແລະ ອົງ​ປະ​ກອບ​ການ​ຈັດ​ຕັ້ງ​ຂອງ VOV. ທ່ານ ຫງວຽນ​ເທ໋​ກີ ຖື​ວ່າ, ໃນ​ສະ​ພາບ​​ໂລ​ກາ​ພິ​ວັດ​ຢ່າງ​ແຮງ, ສື່​ສານ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ ແລະ ໜ້າ​ທີ່​​ຖະ​ແຫຼງ​ຂ່າວ, ສື່​ສານ​ນັບ​ມື້​ນັບ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ດັ່ງ​ນັ້ນ, VOV ແລະ ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ລາວ ຄວ​ນ​ມີ​ບັນ​ດາ​ວິ​ທີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມ​ື​ກ່​ຽວ​ກັບ​ຂົງ​ເຂດ​ກະ​ຈາຍ​ສຽງ​ຕາມ​ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ:

“ບັນ​ດາ​ສື່​ສັງ​ຄົມ, ອີນ​ເຕີ​ເນັດ​ພວມ​ດຶງ​ດູດມະ​ຫາ​ຊົນ, ຜູ້​ຟັງ, ຜູ້​ອ່ານ​ຂອງ​ພວກ​ເຮ​ົ​າ, ໃນ​ຂະ​ນະ​​ທາງ​ອິນ​ເຕີ​ເນັດມີຫຼາຍ​​ຂໍ້​ມູນຂ່າວ​ບໍ່​ຊັດ​ເຈນ. ການ​ຕໍ່​ສູ້​ລະ​ຫວ່າງ​ບັນ​ດາ​ອົງ​ການ​ສື່​ມວນ​ຊົນກັບ​ບັນ​ດາ​​ຮູບ​ການ​ໂຄ​ສະ​ນາ​ໃໝ່ນັບ​ມື້​ນັບ​ຂ້ຽວ​ຂາດ​ກ່ຽວ​ກັບ​ດ້ານ​ເນື້ອ​ໃນ​ຂໍ້​ມູນ​ຂ່າວ, ເຕັກ​ນິກ​ເຕັກ​ໂນ​ໂລ​ຢີກໍ່​ຄື​ຜູ້​ຊົມ, ຜູ້​​ຟັງ. ນີ້ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ ຍ້ອນ​​ວ່ານີ​້​ແມ່ນ​ບັນ​ຫາ​ທົ່ວ​ໂລກ. ວິ​ທະ​ຍຸ​ກະ​ຈາຍ​ສຽງ 2 ​ປະ​ເທດພວກ​ເຮົາ​​ຄວນ​ເພີ່ມ​ທະ​ວີ​ບັນ​ດາ​ການ​ພົບ​ປະ, ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ເພື່​ອ​ຊອກ​ຫາ​ບັນ​ດາ​ວິ​ທີ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ໄລ​ຍະ​ໃໝ່”

ສ່ວນ​ທ່ານ ໂພ​ສີ ແກ້ວ​ມະ​ນີ​ວົງ, ຜູ້​ອຳ​ນວຍ​ການ​ໃຫຍ່ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ລາວ, ສະ​ເໜີ​ມີ​ການ​ພົບ​ປະແລກ​ປ່ຽນວິ​ຊາ​ສະ​ເພາະ​ຕື່ມ​ອີກ​ເພື່ອ​ສາ​ມາດ​ຮ່ຳ​ຮຽນ​ເອົາ​ຫຼາຍບົດ​ຮຽນ​ຈາກ VOV ​ແນ​ໃສ່​ໝູນ​ໃຊ້​ເຂົ້າ​ໃນ​​ຕົວ​ຈິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ