ສືບຕໍ່ຊອກຫາມາດຕະການໃຫ້ແກ່ລັດຖະບານເອເລັກໂຕນິກຂອງຫວຽດນາມ

ສືບຕໍ່ຊອກຫາມາດຕະການໃຫ້ແກ່ລັດຖະບານເອເລັກໂຕນິກຂອງຫວຽດນາມ - ảnh 1
( ພາບປະກອບ )

( vovworld ) -    ຕອນ​ເຊົ້າ​ວັນ​ທີ 20/7, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ​ກ່ຽວ​ກັບ​ລັດຖະບານ​ເອ​ເລັກ​ໂຕ​ນິກ ຄັ້ງ​ທີ 10 ດ້ວຍ​ຫົວ​ຂໍ້​ວ່າ “ພັດທະ​ນາ ລັດຖະບານ​ເອ​ເລັກ​ໂຕ​ນິກ; ກະຈາ​ງ​ແຈ້ງ​ກວ່າ, ​ເພື່ອ​ຮັບ​ໃຊ້​ ​ປະຊາຊົນ​ໃຫ້​ດີກ​ວ່າ”. ບົດ​ລາຍ​ງານທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຊີ້​ແຈ້ງວ່າ ປີ 2012 ສືບ​ຕໍ່​ເປັນ​ຂີດ​ໝາຍ​ໃນ​ການ​ພັດທະນາ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ບໍລິຫານ ກໍ​ຄື​ກໍ່ສ້າງ​ລັດຖະບານ​ເອ​ເລັກ​ໂຕ​ນິກຢູ່​ຫວຽ​ດນາມ. ລັດຖະບານ​ຫວຽດນາມ ກໍ​ໄດ້​ຍົກ​ອອກ​ບັນດາ​ຈຸດໝາຍ​ໃຫ້​ແກ່​ໄລຍະ 2011 – 2015 ກ່ຽວ​ກັບ ລັດຖະບານ​ເອ​ເລັກ​ໂຕ​ນິກ, ມຸ່ງ​ໄປ​ເຖິງ​ການຮັບປະກັນ​ພື້ນຖານ​ໂຄງ​ລ່າງ​ເຕັກນິກ ​ເພື່ອ​ຮັບ​ໃຊ້​ການ​ນຳ​ໃຊ້​​ເຕັກ​ໂນ​ໂລ​ຊີ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ແຫ່ງ​ລັດ ​ໃນ​ຂອບ​ເຂດທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ສຳ​ມະ​ນາ, ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ Nguyen Bac Son ​ໄດ້​ເນັ້ນ​ໜັກ​ວ່າ.

​ໃນ​ວຽກ​ງານ​ຄຸ້ມ​ຄອງ​ບໍລິຫານ​ແຫ່ງ​ລັດ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ເຄື່ອງມື​ທີ່​ມີ​ປະສິດທິ​ຜົນ ຊ່ວຍ​ໃຫ້​ວຽກ​ງານ​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ​ດຳ​ເນີນ​ໄປ​ຢ່າງວ່ອງ​ໄວ ​ແລະ  ສະດວກ, ປະກອບສ່ວນ​ຍົກ​ສູງ​ປະສິດ​ທິຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ບໍລິຫານ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຮັບ​ໃຊ້​ປະຊາຊົນ​ ຊ່ວຍປະຢັດ​ເວລາ ​ແລະ ຄ່າ​ໃຊ້​ຈ່າຍ, ຫຼຸດຜ່ອນ​ລະ​ບຽບ​ການ​ດ້ານ​ບໍລິຫານ ​ແລະ ​ເພີ່ມ​ທະວີ​ຄວາມ​ກະຈາ​ງ​ແຈ້ງ. ​ເພາະ​ສະ​ນັ້ນ, ​ເລື່ອງ​ນຳ​​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ຫຼື ພັດທະນາ ລັດຖະບານ​ເອ​ເລັກ​ໂຕ​ນິກ ພວມ​ກາຍ​ເປັນ​ທ່າ​ແຮງ​ລວມຂອງ​ຫວຽດນາມ ກໍ​ຄື​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ