ສືບຕໍ່ຍົກສູງຄຸນນະພາບລະບອບລະບຽການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ

(VOVWORLD) - ໃນບົດລາຍງານຕ້ອງເຮັດແຈ້ງໜ້າທີ່ ແລະ ມາດຕະການແກ້ໄຂຕົ້ນຕໍ ເພື່ອສືບຕໍ່ສ້າງລະບອບລະບຽບການພັດທະນາໃຫ້ສົມບູນແບບ; ພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຢ່າງແຮງ
ສືບຕໍ່ຍົກສູງຄຸນນະພາບລະບອບລະບຽການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ)

        ຕອນບ່າຍວັນທີ 06 ກັນຍາ, ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ກົມການເມືອງໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງບົດລາຍງານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ, ສັງຄົມ 10 ປີໄລຍະ 2021 – 2030, ທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ 5 ປີໄລຍະ 2026 – 2030.

        ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ້ເລິມ ເນັ້ນໜັກເຖິງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີໄລຍະ 2021 – 2030 ດຳເນີນໄປໃນສະພາບໂລກ ແລະ ພາຍໃນປະເທດມີການຜັນແປຢ່າງສັບສົນ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກໂດຍພື້ນຖານ. ພິເສດ, ຫວຽດນາມ ໄດ້ຈັດໃນກຸ່ມບັນດາປະເທດອຸດສາຫະກຳຫາກໍ່ພົ້ນເດັ່ນ, ລືນກາຍລະດັບລາຍຮັບປານກາງຕ່ຳ, ດັດຊະນີພັດທະນາມະນຸດໄດ້ຮັບການປັບປຸງ.

        ບົນພື້ນຖານທັດສະນະ, ເປົ້າໝາຍການພັດທະນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮຽກຮ້ອງວ່າ, ໃນບົດລາຍງານຕ້ອງເຮັດແຈ້ງໜ້າທີ່ ແລະ ມາດຕະການແກ້ໄຂຕົ້ນຕໍ ເພື່ອສືບຕໍ່ສ້າງລະບອບລະບຽບການພັດທະນາໃຫ້ສົມບູນແບບ; ພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຢ່າງແຮງ; ເຊື່ອມໂຍງເຂົ້າກັບສາກົນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ; ຍູ້ແຮງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ