ສືບຕໍ່ຍູ້ແຮງການພົວພັນຮ່ວມມື, ມິດຕະພາບລະຫວ່າງແຂວງ ອຽນບ໋າຍ ແລະ ແຂວງ ວຽງຈັນ

(VOVWORLD) - ຕອນຄ່ຳວັນທີ 29 ກັນຍາ, ແຂວງ ອຽນບ໋າຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມື, ມິດຕະພາບລະຫວ່າງແຂວງ ອຽນບ໋າຍ (ຫວຽດນາມ) ແລະ ແຂວງ ວຽງຈັນ (ລາວ).
ສືບຕໍ່ຍູ້ແຮງການພົວພັນຮ່ວມມື, ມິດຕະພາບລະຫວ່າງແຂວງ ອຽນບ໋າຍ ແລະ ແຂວງ ວຽງຈັນ - ảnh 1 ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມື, ມິດຕະພາບລະຫວ່າງແຂວງ ອຽນບ໋າຍ ແລະ ແຂວງ ວຽງຈັນ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງ ຟ້າມທິແທງຈາ, ເລຊາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ອຽນບ໋າຍ ໄດ້ເນັ້ນໜັກວ່າ ໂດຍສືບທອດ ແລະ ເສີມຂະຫຍາຍມູນເຊື້ອການພົວພັນສະໜິດແໜ້ນ, ສັດຊື່ບໍລິສຸດລະຫວ່າງ 2 ພັກ, 2 ຊາດ, ດ້ວຍຈິດໃຈຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ. ການນຳ, ພະນັກງານ 2 ແຂວງ ວຽງຈັນ - ອຽນບ໋າຍ ທຸກລຸ້ນຄົນໄດ້ມານະພະຍາຍາມເພີ່ມພູນຄູນສ້າງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງບໍ່ຢຸດຢັ້ງ, ນຳການພົວພັນມິດຕະພາບລະຫວ່າງ 2 ແຂວງ ຂຶ້ນສູ່ລະດັບສູງໃໝ່ເທື່ອລະກ້າວ ດ້ວຍຜົນງານສຳຄັນ ແລະ ມີຄວາມໝາຍຫລາຍຢ່າງ.

       ແລະກໍ່ໃນພິທີສະເຫຼີມສະຫຼອງ, ທ່ານ ວິດົງ ໄຊຍະສອນ ເລຂາພັກແຂວງ, ເຈົ້າແຂວງແຂວງ ວຽງຈັນ ໄດ້ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນການພົວພັນຮ່ວມມື ຊຶ່ງແຂວງ ອຽນບ໋າຍ ແລະ ວຽງຈັນ ບັນລຸໄດ້ໃນໄລຍະຜ່ານມາ. ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບລະຫວ່າງ 2 ແຂວງ ແມ່ນຂີດໝາຍທີ່ມີຄວາມໝາຍສຳຄັນໃນເລື່ອງສືບຕໍ່ຍູ້ແຮງການພັດທະນາຮ່ວມມືລະຫວ່າງ 2 ແຂວງ ອຽນບ໋າຍ - ວຽງຈັນ ເພືຶ່ອໃຫ້ການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ທີ່ເປັນມູນເຊື້ອຍາວນານລະຫວ່າງ 2 ແຂວງນັບມື້ນັບພັດທະນາດີຍິ່ງໆຂຶ້ນໃນໄລຍະປ່ຽນແປງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ