ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ

(vovworld) – ຕອນ​ເຊົ້າ​ວັນ​ທີ 24/2, ທ່ານ​ ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມືອງ​ດ ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຫົວໜ້າ​ຄະນະ​ໂຄສະນາ​ສື​ກສາ​ສູນ​ກາງ ​ໄດ້​ລົງ​ເຮັດ​ວຽກ​ກັບ​ຄະນະ​ພັກ​ກຸ່ມບັນດາ​ອົງການ​ຂັ້ນສູນ​ກາງ​ເພື່ອກວດກາ​ສະພາບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳ​ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ​ຈີ​່ມິນ. ພາຍຫຼັງ​ມີ​ຄຳ​ສັ່ງ​ເລກທີ 03, ບັນດາ​ຄະນະ​ພັກຂັ້ນ​ເທິງ​ລ້ວນ​ແຕ່​ສ້າງ​ຕັ້ງ​ໜ່ວຍ​ຊ່ວຍ​ວຽກ​ຄະນະ​ພັກ. ຫຼາຍ​ຄະນະ​ພັກ​ໄດ້​ມີ​ວິທີ​ເຮັດ​ວຽກ​ຢ່າງມີ​ຫົວຄິດ​ປະ​ດິດສ້າງ.​.​. ກ່ຽວ​ກັບ​ໜ້າ​ທີ່​ຂອງ​ຄະນະ​ພັກ​ກຸ່ມບັນດາ​ອົງການ​ຂັ້ນສູນ​ກາງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສະຫາຍ ​ເຈີ່ນ​ຮົ່ງຮ່າ, ຮອງ​ເລຂາ​ຄະນະ​ພັກກຸ່ມ​ບັນດາ​ອົງການ​ຂັ້ນ​ສູງ​ກາງ, ​ໃຫ້​ຮູ້​ວ່າ:

“ຄະນະ​ພັກກຸ່ມຈະ​ສຸມ​ໃສ່​ຊີ້​ນຳ, ຈັດ​ຕັ້ງ​ການ​ຮ່ຳຮຽນ​ຕາມ​ຫົວ​ເລື່ອງ​ສະ​ເພາະ​ປີ 2012 ​ໃນ​ການດຳ​ເນີນ​ຊີ​ວິດ​​ເປັນ​ປະຈຳ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ. ລະອຽດ, ຄະນະ​ປະຈຳ​ໜ່ວນພັກຕ້ອງ​ຈັດ​ຕັ້ງ​ການ ​​ຄົ້ນ​ຄ້ວາ​ຫົວ​ເລື່ອງ​ສະ​ເພາະ​ໃຫ້​ແກ່ສະມາຊິກ​ພັກ​ແຕ່ລະຄົນ ​ໃນ​ບັນດາ​ການ​ດຳ​​ເນີນ​ຊີວິດ​ຂອງ​ໜ່ວຍ​ພັກ​ໃນ​ເດືອນ. ສຳລັບ​ພະນັກງານ, ລັດຖະກອນ​ເຊິ່ງບໍ່​ແມ່ນ​ສະມາຊິກຄະນະ​ພັກ​, ສົມທົບ​ກັບ​ການ​ນຳອົງການ, ຫົວໜ່ວຍ​ເຜີຍ​ແຜ່, ຮ່ຳຮຽນ​ບັນດາ​​ເນື້ອ​ໃນ​ຫົວ​ເລື່ອງ​ສະ​ເພາະ. ສືບ​ຕໍ່​ເພີ່ມ​ເຕີມ​ການ​ປະຕິບັດ​ບັນ​ດາ​ມາດຖານ​ຄຸນສົມບັດ​ໃນ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ​ໃຫ້​ເໝາະ​ສົມ​ກັບ​ຈຸ​ດພິ​ເສດ​ໃນການ​ດຳ​ເນີນ​ຊີວິດ​ຂອງ​ແຕ່​ລະ​ອົງຄະ​ນະ​ພັກ”.

ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານ ດິງ​ເທ໋ຮິງ​ ​ເນັ້ນ​ໜັກ​ວ່າ​: ຄະນະ​ພັກ​ກຸ່ມບັນດາ​ອົງການ​ຂັ້ນສູນ​ກາງ​ແມ່ນ​ບັນດາ​ອົງການ​ເສນາ​ທິການ​ໃຫ້​ແກ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ,​ ລັດຖະບານ ​ເພື່ອ​ປະກາດ​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ.​​.​.​ ດັ່ງ​ນັ້ນ, ​ເລື່ອງ​ສືບ​ຕໍ່​ຍູ້​ແຮງ​ກາ​ນຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງຄຸນສົມບັດ​ປະທານ​ໂຮ​່ຈີ​ມິນ ຕ້ອງ​ໄດ້​ປະຕິບັດ​​ພາຍໃນກຸ່ມ​ເປັນ​ຢ່າງ​ດີ ​ເພື່ອ​ສ້າງ​ກຳລັງ​​​ແຮງແຜ່​ຂະຫຍາຍ​ຢ່າງ​ແຂງ​ແຮງ ​ແລະ ​ເປັນ​ແບບຢ່າງ​ໃຫ້​ແກ່​ລະບົບ​ການ​ເມືອງ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ຕັ້ງໜ້າ​ເຖິງ​ທົ່ວ​ສັງຄົມ.

 

ຂ່າວ/ບົດ​ອື່ນ