ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) - ທ່ານ ຟານແອັງເຊີນ ປະທານ VUFO ໄດ້ຕີລາຄາສູງການພົວພັນ ຫວຽດນາມ - ອາເມລິກາ ເຊິ່ງບັນລຸໄດ້ບາດກ້າວພັດທະນາຢ່າງແຮງ.
ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ບັນດາຜູ້ແທນເຂົ້າຮ່ວມການພົບປະ (ພາບ: TTXVN)

ຕອນເຊົ້າວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ຈັດການພົບປະກັບຄະນະຜູ້ແທນພັກກອມມູນິດ ອາເມລິກາ ໂດຍທ່ານ Arturo Cambron ກຳມະການຄະນະກຳມະການ ທົ່ວປະເທດ ເປັນຫົວໜ້າຄະນະ.

ທີ່ການພົບປະ, ທ່ານ ຟານແອັງເຊີນ ປະທານ VUFO ໄດ້ຕີລາຄາສູງການພົວພັນ ຫວຽດນາມ - ອາເມລິກາ ເຊິ່ງບັນລຸໄດ້ບາດກ້າວພັດທະນາຢ່າງແຮງ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ເດືອນກັນຍາ ປີ 2023 ສອງປະເທດ ໄດ້ຍົກລະດັບການພົວພັນຂຶ້ນ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນໂອກາດຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ທ່ານປະນາທິບໍດີ ອາເມລິກາ Joe Biden.

ສ່ວນທ່ານ Arturo Cambron , ຫົວໜ້າຄະນະ ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະແມ່ນເພື່ອແນໃສ່ຊອກຮູ້ສະພາບການ, ຄົ້ນຄ້ວາປະຫວັດສາດ, ວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມ ແລະ ບົດຮຽນປະສົບການຕົວຈິງ ໃນການສ້າງລັດທິສັງຄົມ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ