ສືບຕໍ່ຍູ້ແຮງແລະປັບປຸງລະບອບ,ນະໂຍບາຍກ່ຽວກັບຊັບພະຍາກອນສິ່ງແວດລ້ອມທະເລ

ສືບຕໍ່ຍູ້ແຮງແລະປັບປຸງລະບອບ,ນະໂຍບາຍກ່ຽວກັບຊັບພະຍາກອນສິ່ງແວດລ້ອມທະເລ - ảnh 1
ພາບປະກອບ

(vovworld) – ກົມ​ໃຫຍ່​ທະ​ເລ ​ແລະ ໝູ່​ເກາະ ຫວຽ​ດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2013 ​ແລ​ະ ວາງ​ອອກ​ທິດ​ທາງ​ໜ້າ​ທີ່​ປີ 2014 ​ໃນ​ວັນ​ທີ 27/12. ກ່າວ​ຄູຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນ​ຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຈູ​ຟ້າ​ມງອກຫຽນ ​ເນັ້ນ​ໜັກ​ວ່າ: ປີ 2014, ກົມ​ໃຫຍ່​ທະ​ເລ​ ​ແລະ ໝູ່​ເກາະ ສືບ​ຕໍ່​ຍູ້ງ​ແຮງ ​ແລະ ປັບປຸງ​ລະບອບ, ນະ​ໂຍບາຍ​ກ່ຽວ​ກັບ​ຊັບພະຍາກອນ​ສິ່ງ​​ແວດລ້ອມ​ທະ​ເລ, ໝູ່​ເກາະ ​ໃຫ້​ສົມ​ບຸ​ນ​ແບບ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ພະນັກງານ, ກຳລັງ​ຄວາມ​ສາມາດ​ຂອງ​ກົງຈັກ ​ແລະ ຍູ້​ແຮງວຽກ​ງານ​​ໂຄສະນາ, ປ່ຽນ​ໃໝ່​ວິທະຍາສາດ​ເຕັກ​​ໂນ​ໂລ​ຢີ ​ແລະ ການ​ຮ່ວມ​ມື​ສາກົນ​ພັດທະນາ ​ແລະ ປົກ​ປັກ​ຮັກ​ວສາ​ຊັບພະຍາກອນ​ທະ​ເລ. ປີ 2013, ກົມ​ໃຫຍ່​ໄດ້​ສຸ​ມ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ພື້ນຖານ​ຄື: ​​ວາງແຜນ​ສັງ​ລວມກ່ຽວ​ກັບ​ການ​ນຳ​ໃຊ້​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ທະ​ເລ, ໝູ່​ເກາະ; ຍຸດ​ທະ​ສາດ​ຄຸ້ມ​ຄອງ​ສັງ​ລວມ​ແຄມ​ທະ​ເລ​​ເພື່ອເປັນ​ພື້ນ​ຖານ​ໃຫ້ການ​ຈັດ​ຕັ້ງ​ຂຸດ​ຄົ້ນ, ນຳ​ໃຊ້ ​ແລະ ປົກ​ປັກ​ຮັກສາຊັບພະຍາກ​ອນ, ພັດທະ​ນາ​ເສດຖະກິດ - ສັງຄົມ​ທະ​ເລ, ໝູ່​ເກາະ, ປະກອບ​ສ່ວນ​ປະຕິບັດ​ຍຸດ​ທະ​ສາດ​ທະ​ເລ ຫວຽດນາມ​ ຮອດ​ປີ 2020 ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ