ສືບຕໍ່ຕໍ່ສູ້ທວງເອົາຄວາມ ຍຸດຕິທຳໃຫ້ແກ່ຜູ້​ປະສົບ​ເຄາະ ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ

    ປີ 2012, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນຫວຽດນາມ ຈະ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ເອົາ​ໃຈ​ໃສ່​ເບີ່​ງແຍງ, ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ ​ແລະ​ສືບ​ຕໍ່​ຕໍ່ສູ້​ ທວງ​ເອົາ​ຄວາມ​ຍຸດຕິ​ທຳ​ໃຫ້​ແກ່​ບັນດາຜູ້​ປະສົບ​ເຄາະ​ຮ້າຍ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງທ່ານ​ພົນ​ໂທ​ຫງວຽນ​ວັນຣີງ, ປະທານສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນຫວຽດນາມ ທີ່​ກອງ​ປະຊຸ​ມຄະນະ​ບໍລິຫານ​ງານ​ສູນ​ກາງຄັ້ງທີ 4 ຊື່​ງ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 12/12 ຢູ່​ຮ່າ​ໂນ້ຍ. ກ່ຽວ​ກັບ​ທິດ​ທາງການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ພົນ​ໂທ ຫງວຽນ​ວັນຣີງ​ໃຫ້​ຮູ້​ວ່າ: “ພວກ​ຂ້າພະ​ເຈົ້າຍັງ​ສຸມ​ໃສ່​ວຽງານ​ເບີ່​ງ​ແຍງ​ດູ​ແລ​ຄົນ​ເຈັບ, ສູ້​ຊົນ​ເພື່ອ​ມີ​ບັນດາ​ຮາກຖານ​ເຄີ່ງ​ກິນນອນ, ​ລ້ຽງ​ດູ​ຢູ່​ທ້ອງ​ຖິ່ນ​ຕ່າ​ງໆ, ຄອບຄົວ ​ແລະ​ວົງ​ຄະນາ​ຍາດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ເຂົາ​ເຈົ້າ ​ເພື່ອມີ​ທຶນ​ທຳ​ການ​ຜະລິດ, ຊ່ວຍ​ເຫຼືອ​ເຂົາ​ເຈົ້າ ​ແລະ​ລູກ​ຫລານ​ຂອງ​ເຂົາ​ເຈົ້າຮ່ຳຮຽນ. ພວກ​ຂ້າພະ​ເຈົ້າພວມ​ມີ​ລາຍການ​ລະອຽດ, ​ເໝາະ​ສົມ​ກັບ​ແຕ່ລະ​ທ້ອງ​ຖິ່ນ. ພ້ອມ​ທັງ​ຍັງ​ຕ້ອງ​ສືບ​ຕໍ່​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸດຕິ​ທຳ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ”.

 

ຂ່າວ/ບົດ​ອື່ນ