ສືບ​ຕໍ່​ທ່ວງ​ທ່າ​ການ​ເຕີບ​ໂຕ, ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ​ຢູ່ ຫວຽດ​ນາມ ໃນ 8 ເດືອນ​ຜ່ານ​ມາ​ບັນ​ລຸ​ເກືອບ 18,15 ຕື້ USD

(VOVWORLD) -  ຕາມຕົວເລກໂດຍກົມລົງທຶນຕ່າງປະເທດຫາກໍ່ປະກາດຫວ່າງມໍ່ໆມານີ້, ໄລ່ຮອດວັນທີ 20 ສິງກາ ປີ 2023, ຍອດຂຳນວນເງິນລົງທຶນຕ່າງປະເທດທີ່ຈົດທະບຽນຢູ່ ຫວຽດນາມ ແມ່ນບັນລຸເກືອບ 18,15 ຕື້ USD, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ສືບ​ຕໍ່​ທ່ວງ​ທ່າ​ການ​ເຕີບ​ໂຕ, ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ​ຢູ່ ຫວຽດ​ນາມ ໃນ 8 ເດືອນ​ຜ່ານ​ມາ​ບັນ​ລຸ​ເກືອບ 18,15 ຕື້ USD - ảnh 1ການຜະລິດຊີ້ນສ່ວນເອເລັກໂຕນິກຢູ່ບໍລິສັດ  Bumjin Electronics Vina ຈຳກັດ  (ພາບ:nhandan.vn) 

ໃນ 8 ເດືອນຜ່ານມາ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ ໃນທັງໝົດ 21 ຂະແໜງເສດຖະກິດແຫ່ງຊາດ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດໄດ້ນຳໜ້າດ້ວຍຍອດເງິນລົງທຶນບັນລຸເກືອບ 13 ຕື້ USD, ກວມເອົາເກືອບ 67,8% ຍອດເງິນລົງທຶນຈົດທະບຽນ; ຖັດຈາກນັ້ນແມ່ນຂະແໜງດຳເນີນທຸລະກິດອະສັງຫາລິມະຊັບ.

ສຳລັບຄູ່ຮ່ວມມື, ໃນ 8 ເດືອນຜ່ານມາ, ສິງກະໂປ ນຳໜ້າການລົງທຶນຢູ່ ຫວຽດນາມ, ຖັດຈາກນັ້ນແມ່ນ ຈີນ ແລະ ຍີ່ປຸ່ນ.

ເມື່ອໃຫ້ຂໍ້ສັງເກດກ່ຽວກັບສະພາບການດຶງດູດເງິນລົງທຶນຕ່າງປະເທດໃນ 8 ເດືອນຜ່ານມາ, ກົມລົງທຶນຕ່າງປະເທດ ໃຫ້ຮູ້ວ່າ: ຍອດເງິນລົງທຶນຕ່າງປະເທດທີ່ຈົດທະບຽນ ສືຕໍ່ເພີ່ມຂຶ້ນ ແລະ ເພີ່ມຂຶ້ນຢ່າງແຮງ ເມື່ອທຽບໃສ່ 7 ເດືອນຜ່ານມາ. ສິ່ງທີ່ໜ້າສົນໃຈແມ່ນ, ເງິນລົງທຶນໃໝ່ ແລະ ການປະກອບທຶນ, ການຊື້ຫຸ້ນກໍເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ.

ເປັນອັນວ່າ, ບັນດາມາດຕະການອັນຂ້ຽວຂາດຂອງ ລັດຖະບານ ໃນຊຸມເດືອນຕົ້ນປີ ໄດ້ນຳມາເຊິ່ງປະສິດທິຜົນໃນການໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກ ເພື່ອໃຫ້ວິສາຫະກິດຜັນຂະຫຍາຍປະຕິບັດການປ່ອຍເງິນລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ