ສືບຕໍ່ບັ້ນຂົນຂວາຍຊາວ ຄິຼດ ຫວຽດນາມ ເສີມຂະຫຍາຍມູນເຊື້ອ ຮັກຊາດ.

ສືບຕໍ່ບັ້ນຂົນຂວາຍຊາວ ຄິຼດ ຫວຽດນາມ ເສີມຂະຫຍາຍມູນເຊື້ອ ຮັກຊາດ. - ảnh 1
ຄຸນ​ພໍ່ ຟານ​ຂັກຕື່, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສາມັກຄີ ​ຄິຼດ​
( ພາບຈາກອີນເຕີແນດ )

( vovworld ) - ຕອນ​ເຊົ້າ​ວັນ​ທີ 16/2, ຢູ່​ນະຄອນ ​ໂຮ່ຈິ​ມິນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄະນະ​ກຳ​ມະ​ການ​ສາມັກຄີ ຄິຼດ​ທະ​ສາ​ສະໜາ ຫວຽ​ດນາມ ຄັ້ງ​ທີ 3, ອາ​ຍຸການ 2008 - 2013 ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ 3 ປີ ( 2009 - 2011 ) ​ແຫ່ງ​ການ​ປະຕິບັດ​ມະ​ຕິກອງປະຊຸມ​ໃຫຍ່​ຜູ້​ແທນ​ຊາວ ຄິຼດ​ ຫວຽ​ດນາມ ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​​ໄດ້ຊີ້​ໃຫ້​ເຫັນ​ວ່າ ​ໃນ 3 ປີ​ທີ່​ຜ່ານ​ມາ, ປະຊາຊົນຊາວ ຄິຼດ​ ໃນ​ທົ່ວ​ປະ​ເທດ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຂົງ​ເຂດ​ເສດຖະກິດ, ການລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ວຽກ​ງານ​ກຸສົນທາງ​ສັງຄົມ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ. ສະ​ເພາະ​ປີ 2009, ຊາວ ຄິຼດ ​ໄດ້​ ບໍລິຈາກ​ກວ່າ 300 ຕື້​ດົ່ງ ​ໃຫ້​ແກ່​ວຽກ​ງານ​ກຸສົນ​ທາງ​ສັງຄົມ, ບໍລິຈາກ​ນັບ​ຮ້ອຍ​ຕື້​ດົງ​ໃຫ້​​ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ ​ແລະ ​ບັນດາໂຄງການ​ຮັບປະກັນ​ຊີ​ວິດ​ສັງຄົມ​. ກອງ​ປະຊຸມ​​ໄດ້ກຳນົດ​ໄດ້​ຈຸດໝາຍ​ໃນ​ປີ 2012 ນີ້ ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ ​ແມ່ນ ສືບຕໍ່​ຂົນຂວາຍ​ຊາວ ຄິຼດ​ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ​ດ້ວຍ​ການ​ກະທຳ​​ອັນ​ລະອຽດໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ຮໍ່າຮຽນ. ຄຸນ​ພໍ່ ຟານ​ຂັກຕື່, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສາມັກຄີ ​ຄິຼດ​ທະ​ສາ​ສະໜາ ຫວຽດນາມ ​ໃຫ້​ຮູ້​ວ່າ.

ເພື່ອ​​ເຮັດ​ໃຫ້ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ພໍ່​ແມ່​ປະຊາຊົນຊາວ ​ຄຼິດ ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ແຂວງ, ຄວນ​​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ສືກສາ​ຢ່າງ​ກ້ວາງ​ຂວາງ​ໃນໝູ່​ຊາວ ຄຼີດ ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ. ທີ່ 2 ​ແມ່ນ​ປະຕິບັດ​ຕາມ​ທິດ​ນຳ ຈຸດປະ​ສົ່ງ​ຂອງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ປຸກ​ລະດົມ​ຊາວ ຄຼິດ ປະຕິບັດ​ຄວາມ​ຮັບຜິດຊອບ​ຂອງ​ຊາວ ຄຼິດ ກໍ່​ຄື​ບົດບາດ​ເປັນ​ພົນລະ​ເມືອງ​ຂອງ​ຕົນ​ຢ່າງ​ຄົບ​ຖ້ວນ”.

ຂ່າວ/ບົດ​ອື່ນ