ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດວັດທະນະທຳທ່ອງທ່ຽວດ້ຽນບຽນ2014

ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດວັດທະນະທຳທ່ອງທ່ຽວດ້ຽນບຽນ2014 - ảnh 1
ພິທີໄຂສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ ດ້ຽນບຽນ
ພາບ:dienbientv.vn


(vovworld)- ວັນ​ທີ 14/3, ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ ດ້ຽນບຽນ ສ​ະ​ເຫລີ​ມສະຫລອງ 60 ປີ ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ (7/5/1954-7/5/2014) ສືບ​ຕໍ່​ດຳ​ເນີນ​ໄປ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ການ​​ເສັງ​ຜູ້ນຳ​ທ່ຽວ 8 ​ແຂວງ ​ໄຕ​ບັກ(ໝາຍ​ເຖິງ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເຫນືອ), ການ​​ແຂ່ງຂັນ​ສະ​ແດງ​ຊຸດ​ອາພອນ​ພື້ນ​ເມືອງ​ບັນດາ​ເຜົ່າ​ຢູ່​ແຂວງ ດ້ຽນບຽນ, ການ​ແຂ່ງຂັນ​ກິລາ​ຊົນ​ເຜົ່າ, ອາຫານ​ການ​ກິນ… ບັນດາ​ການ​ເຄື່ອ​ນ​ໄຫວ​ດັ່ງກ່າວ​ຖືກ​ຈັດຂຶ້ນ​ຢູ່ ສູນ​ກອງ​ປະຊຸມ​ວັດທະນະທຳ​ແຂວງ ດ້ຽນບຽນ ​​ໄດ້​ດຶງ​ດູດ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ, ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ. ທ່ານ ຟ້າ​ມວັນ​ບ໋າ​ວ, ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ດ້ຽນບຽນ ​ເນັ້ນ​ຫນັກ​ວ່າ:

“ການ​​ແຂ່ງຂັນ​ກິລາ​ແມ່ນ​ນອນ​ໃນ​ບັນດາ​ການ​ເຄື​່ອນ​ໄຫວ​ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ ດ້ຽນບຽນ 2014. ນີ້​ແມ່ນ​ບັນດາ​ປະ​ເພດ​ກິລາ​ພົ້ນ​ເດັ່ນ​ຂອງ​ບັນດາ​ເຜົ່າ​ໃນ​ບໍລິ​ເວນ​ແຂວງ . ຜ່ານ​ການ​ເຄື່ອນ​ໄຫວ​ນີ້ ພວກ​ຂ້າພະ​ເຈົ້າ​ຢາກ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ບັນດາ​ປະ​ເພດ​ກິລາ​ຂອງ​ຊົນ​ເຜົ່າ, ​ໂຄສະນາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ບັນດາ​ເຜົ່າ​ໃນ​ການ​ພັດທະນາ​ທ່ອງ​ທ່ຽວ​ຂອງ​ແຂວງ.”

ຂ່າວ/ບົດ​ອື່ນ