ສືບຕໍ່ບັນດາບາດກ້າວໝັ້ນຄົງມຸ້ງໄປເຖິງປະຊາຄົມ ອາຊຽນ

ສືບຕໍ່ບັນດາບາດກ້າວໝັ້ນຄົງມຸ້ງໄປເຖິງປະຊາຄົມ ອາຊຽນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ
(ພາບປະກອບ)

(vovworld) - ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມວົງ​ແຄມ ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ຄວາມ​ໝັ້ນຄົງ - ການ​ເມືອງ ອາ​ຊຽນ ຄັ້ງ​ທີ 9, ກອງ​ປະຊຸມ​ສະພາ​ປະສານ​ງານ ອາ​ຊຽນ ຄັ້ງ​ທີ 12 ​ເມື່ອ​ວັນ​ທີ 11/4, ຢູ່​ນະຄອນຫຼວງ Banda Seri Begawan, ບຣູ​ໄນ​ດ ​ເພື່ອ​ກະກຽມ​ໃຫ​້ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 22 ຈະ​​ດຳ​ເນີນ​ໃນ​ວັນ​ທີ 24 – 25/4 ຈະ​ມາ​ເຖິງ. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອງມິນ ​ເນັ້ນ​ໜັກ​ວ່າ: ​ໃນ​ປີ​ນີ້, ຄາດ​ວ່າ, ບັນດາ​ພື້ນຖານ​ເສດຖະກິດ ອາ​ຊຽນ ຈະ​ບັນລຸ​ລະດັບ​ເຕີບ​ໂຕ 5,5%, ສູງ​ກ່ວາ​ເມື່ອ​ທຽບ​ໃສ່​ລະດັບ 5,3% ຂອງ​ປີ 2012. ບົນ​ພື້ນຖານ​ນີ້, ອາ​ຊຽນ ຄວນ​ພິຈາລະນາ​ບັນດາ​ຜົນງານ ​ແລະ ໜ້າ​ທີ່​ຂອງ​ຕົນ ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ມານະ​ພະຍາຍາມ, ຄວາມ​ຄືບ​ໜ້າ ​ແລະ ປະສິດທິ​ຜົນ​ຂອງ​ການ​ປະຕິບັດ ​ເພື່ອ​ສ້າງ​ສຳ​ເລັດ​ຈຸດໝາຍ​ອັນ​ໃຫຍ່​ຫຼວງ​ແມ່ນ​ສ້າງ​ປະຊາ​ຄົມ​ ອາ​ຊຽນ ໃຫ້ຖືກກັບກຳນົດ​ເວລາ​ໃນ​ວັນ​ທີ 31/12/2015. ທ່ານ​ເລຂາ​ທິການ​ໃຫຍ່ ​ເລ​ເລືອ​ງມິນ ຊີ້​ແຈງ​ວ່າ: ​ໃນ​ຂົງ​ເຂດ​ສ້າງ​ປະຊາ​ຄົ​ມການ​ເມືອງ - ຄວາມ​ໝັ້ນຄົງ ອາ​ຊຽນ (ຫຼື APSC), ສັນ​ຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ຢູ່ ອາຊີ ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ຫຼື TAC) ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ ບຣາຊິນ, ອັງກິດ ​ແລະ ສະຫະພາບ ​ເອີ​ລົບ (ຫຼື EU) ​ໃນ​ປີ 2012. ຮອດ​ເດືອນ 1/2013 ສະມາ​ຊິກ​ທັງ​ໝົດ​ຂອງ ອາ​ຊຽນ ​ໄດ້​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ຕ້ານ​ກໍ່​ການ​ຮ້າ​ຍ (ຫຼື ACCT) ​ແລະ ພວມ​ສືບ​ຕໍ່​ບັນດາ​ຄວາມ​ມານ​ະພະ​ຍາ​ຍາມ​ໃຂຂອບ​ເຂດ​ແຜນການ​ເຄື່ອນ​ໄຫວ​ຮອບດ້ານ ອາ​ຊຽນ ຕ້ານ​ກໍ່​ການ​ຮ້າຍ (ຫຼື ACPoA on CT).

        ທ່ານ​ເລຂາ​ທິການ​ໃຫຍ່ ​ເນັ້ນ​ໜັກ​ວ່າ:  ອາ​ຊຽນ ພວມ​ຕັ້ງໜ້າ​ພິຈາລະນາ​ບັນດາ​ບັນຫາ​ເຂົ້າ​ເປັນພາຄີ​ກຸ່ມ​ຂອງ Timor Leste, ​ເປີດ​ກ້ວາງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ​ບັນດາ​ຄູ່​ເຈລະຈາອື່ນໆ, ຊຸກຍູ້​ການ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ, ການ​ພິພາດ​ຢູ່​ບາງ​ປະ​ເທດ ສະມາຊິກ ​ແລະ ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​​ໂດຍ​ສັນຕິ, ​ໃນ​ນັ້ນ​ພິ​ເສດ​ແມ່ນ​ຊຸກຍູ້​ການເຈລະຈາ, ​ແກ້​ໄຂ​ບັນຫາ​ພິພາດ​ບົນ​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ສັນຕິ, ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ​ບົນ​ພື້ນຖານ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC), ມຸ້ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ຂໍ້​ກຳນົດ​ການ​ປະພຶດ​ບົນ​ທະ​ເລ​ຕາ​ເວັນ​ອອກ (ຫຼື ​COC).

        ກ່ຽວ​ກັບ​ແງ່​ຫວັງ ​ແລະ ​ເສັ້ນທາງ​ພັດທະນາ​ຂອງ ອາ​ຊຽນ ​ໃນ 5 ປີຈະ​ມາ​ເຖິງ, ທ່ານ​ເລຂາ​ທິການ​ໃຫຍ່ ​ເລ​ເລືອ​ງມິນ ຖື​ວ່າ: ​ເພື່ອ​ໃຫ້​ ອາ​ຊຽນ ສືບ​ຕໍ່​ແມ່ນ​ເວທີ​ປາ​ໄສ​ໃຫ້ການ​ເຈລະຈາສັນຕິພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ສ່ວນ​ຍັງ​ເຫຼືອ​ຂອງ​ປະຊາຄົມ​ສາກົນ, ບັນດາ​ປະເທດສະມາຊິກ​ຄວນ​ສືບ​ຕໍ່​ມານະ​ພະຍາຍາມ​ຮ່ວມສຳພັນ ​ແລະ ​ເຊື່ອ​ມ​ໂຍງ ​ເພື່ອ​ໃຫ້ ອາ​ຊຽນ ກາຍ​ເປັນ​ກຸ່ມ​ກ້ອນ​ເສດຖະກິດ​ເຂັ້ມ​ແຂງ, ​ເຊື່ອມ​ໂຍງ ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ