ສືບຕໍ່ປັບປຸງລະບົບກົດໝາຍຂອງຫວຽດນາມຮອດປີ2020

ສືບຕໍ່ປັບປຸງລະບົບກົດໝາຍຂອງຫວຽດນາມຮອດປີ2020 - ảnh 1
(ກອງ​ປະຊຸ​ມສຳ​ມະ​ນາສືບ​ຕໍ່​ປັບປຸງລະບົບ​ກົດໝາຍ​
ຂອງ​ຫວຽດນາມ​ຮອດ​ປີ 2020)


​​(vovworld) – “ມະຕິ​ເລກທີ 48 ຂອງ​ກົມ​ການ​ເມືອງ ຕ້ອງ​ເພີ່ມ​ເຕີມ, ປັບປຸງ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງຕ້ອງການ, ສືບ​ຕໍ່​ປະຕິບັດ​​ໂຄງການການ​ເມືອງ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ຂຶ້ນ​ລັດທິສັງຄົມ​ນິຍົມ ​ແລະ ລັດຖະທຳ​ມະນູນ​ປີ 2013”. ນີ້​ແມ່ນ​ຂໍ້​ສັງ​ເກດ​ທີ່​​ຍົກ​ອອກ​ມາ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຄົ້ນ​ຄ້ວາ, ຕີ​ລາຄາ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 48 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ຍຸດ​ທະ​ສາດ​ກໍ່ສ້າງ ​ແລະ ປັບປຸງລະບົບ​ກົດໝາຍ​ຂອງ​ຫວຽດນາມ​ຮອດ​ປີ 2010​, ກຳນົດ​ທິດ​ຮອດ​ປີ 2020. ກອງ​ປະຊຸມສຳ​ມະ​ນາ​ໂດຍ​ຄະນະວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ​ຈັດ​ຕັ້ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 06/08, ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ປາຖະກະຖາ, ນັກວິທະຍາສາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ທ່າ​ນຮອງ​ຫົວໜ້າຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ​ ຫງວຽນ​ຢວານ​ແຄ໋ງ, ​ເນັ້ນ​ໜັກ​ວ່າ.

        “ວຽກ​ງານ​ປະຕິບັດ​ກົດໝາຍກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຜັນ​ຂະຫຍາຍ​ຢ່າງ​ຄົບຊຸດພໍ​ສົມຄວນ, ມີ​ຈຸດ​ສຸມ ດ້ວຍ​ຫຼາຍ​ຮູບ​ການ​ທີ​່ອຸ​ດົມ​ສົມບູນ​ ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ສະຕິ​ເຄົາລົບ ​ແລະ ປະຕິບັດ​ຕາມ​ກົດໝາຍຂອງ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ ​ແລະ ປະຊາຊົນ. ບັນດາ​ການ​ເຄື່ອນ​ໄຫວ​ກວດກາ​ລະບຽບ​ການ​ບໍລິການ, ກວດກາ​, ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ ​ຖືກດຳ​ເນີນ​​ໄປເປັນ​ປະຈຳ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ເຄັ່ງຮ້ອນ, ​ເຊິ​່ງຫາງ​ສຽງ​ມີ​ຄວາມ​ສົນ​ໃຈ, ຜ່ານ​ນັ້ນ​ຄົ້ນ​ພົບ, ​ແກ້​ໄຂຊ່ອງ​ຫວ່າງຂໍ້​ຂາດ​ຕົກ​ບົກ​ຜ່ອງຂອງບັນດາ​ເອກະສານນິຕິ​ກຳ ​ແລະ ຍົກ​ສູງ​ປະສິດ​ທິຜົນ​ການ​ປະຕິ​ບັດກົດ​ໝາຍ”.

ຂ່າວ/ບົດ​ອື່ນ