ສືບຕໍ່ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ , ປະກົດການຫຍໍ້ທໍ້ຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ

(VOVWORLD) -ກ່າວສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ດຳເນີນໄປຢ່າງມີແບບມີແຜນ, ຖືກຕ້ອງກັບໜ້າທີ່, ມີຄວາມ ລະມັດລະວັງ, ບໍ່ມີເຂດຫ້າມ
ສືບຕໍ່ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ , ປະກົດການຫຍໍ້ທໍ້ຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ - ảnh 1ກອງປະຊຸມໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ຫົວໜ້າຄະນະຊີ້ນຳ

      ຕອນບ່າຍວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ (ຄະນະຊີ້ນຳ) ໄດ້ດຳເນີນກອງປະຊຸມໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ຫົວໜ້າຄະນະຊີ້ນຳ. ກອງປະຊຸມເພື່ອແນໃສ່ປຶກສາຫາລື ແລະ ໃຫ້ຄຳເຫັນກ່ຽວກັບ:ຜົນການຊີ້ນຳການແກ້ໄຂບາງຄະດີ, ກໍລະນີ ທີ່ຂຶ້ນກັບເປົ້າໝາຍທີ່ ຄະນະຊີ້ນຳຕິດຕາມ ຊີ້ນຳນັບແຕ່ກອງປະຊຸມຄັ້ງທີ 23 ມາເຖິງປະຈຸບັນ; ແຜນການກວດກາຫົວຂໍ້ໃນປີ 2023 ຂອງຄະນະຊີ້ນຳ; ແຜນການຈັດຕັ້ງກອງປະຊຸມສະຫຼຸບ1ປີແຫ່ງການເຄື່ອນໄຫວ ຂອງຄະນະຊີ້ນຳກ່ຽວກັບປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຂັ້ນແຂວງ.

           ກ່າວສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ດຳເນີນໄປຢ່າງມີແບບມີແຜນ, ຖືກຕ້ອງກັບໜ້າທີ່, ມີຄວາມ ລະມັດລະວັງ, ບໍ່ມີເຂດຫ້າມ. ການສ້າງຕັ້ງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງແມ່ນມີຄວາມຈຳເປັນ ແລະ ຖືກຕ້ອງ.  

        ກ່ຽວກັບໜ້າທີ່ວຽກງານໃນໄລຍະຈະມາເຖິງ, ຄະນະປະຈຳຄະນະຊີ້ນຳໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ສືບຕໍ່ຍູ້ແຮງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ,ປະກົດການຫຍໍ້ທໍ້ ດ້ວຍຈິດໃຈ ເດັດດ່ຽວ , ມານະອົດທົນ, ບໍ່ຢຸດຢັ້ງ,ບໍ່ມີເຂດຫ້າມ,ບໍ່ມີກໍລະນີພິເສດ ແລະ ບໍ່ວ່າຜູ້ນັ້ນແມ່ນໃຜ

ຕອບກັບ

ຂ່າວ/ບົດ​ອື່ນ