ສືບຕໍ່ປະກອບຄຳ ເຫັນໃສ່ຮ່າງລັດຖະ ທຳມະນູນປີ 1992 ສະບັບປັບປຸງ

ສືບຕໍ່ປະກອບຄຳ ເຫັນໃສ່ຮ່າງລັດຖະ ທຳມະນູນປີ 1992 ສະບັບປັບປຸງ - ảnh 1

(ພາບປະກອບ:tuyengiao.vn)

(vovworld) -  ​ທີ 19/2, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາ​ງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ບັນດາ​ສະມາຊິກ​ຄະນະ​ປະຈຳ, ຄະນະ​ປະທານຄະນະ​ກຳມະການ​ສູນ​ກາ​ງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ຜ່ານ​ໄລຍະ​ຕ່າງໆ... ປະກອບ​ຄຳ​ເຫັນ​ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາ​ຄຳ​ເຫັນ​ໄດ້​ປະກອບ​ເຂົ້າບັນດາ​ບັນຫາ​ຄື: ບົດບາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ທີ່​ຕັ້ງ, ຄວາມ​ຮັບຜິດຊອບ, ສິດ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ສະມາຊິກ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນ​ລະ​ເມືອງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ….  ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ຮິງ​ດາມ, ປະທານຄະນະ​ກຳມະການ​ສູນ​ກາ​ງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເນັ້ນໜັກ​ວ່າ: ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ສັງ​ລວມບັນດາ​ຄຳ​ເຫັນ​ປະກອບ​ຂອງ​ຜູ້​ແທນ ​ແລະ ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ. ທ່ານ​ຫວັງ​ວ່າ​ບັນດາ​ຜູ້​ແທນ​ຈະ​ສືບ​ຕໍ່​ຄົ້ນຄ້ວາ ​ແລະ ມີ​ບັນດາ​ຄຳ​ເຫັນ​ປະກອບ​ຍົກ​ສູງ​ຄຸນ​ນະພາ​ບລັດຖະທຳມະນູນປີ 1992 ສະບັບປັບປຸງ.

 ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ສືບຕໍ່ໄດ້ຮັບ ຄວາມສົນໃຈ ແລະ ເຂົ້າຮ່ວມປະກອບຄຳເຫັນຈາກຊາວຫວຽດນາມ ຫຼາຍຄົນທີ່ພວມ​ຮ່ຳຮຽນ, ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ. ທ່ານ​ດຣ ​ເສດຖະກິດຫງວຽນ​ກວກ​ຮຸ່ງ ຫົວໜ້າ​ຫ້ອງການ​ຮ່ວມ​ມືສາກົນ ສັງກັດ​ສູນ​ທີ່​ປຶກສາ​ກົດໝາຍ​ຫວຽດນາມ-​ລັດ​ເຊຍ ຖື​ວ່າ: ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ​ໄດ້​ຢັ້ງຢືນວ່າ: ​ພາກສ່ວນ​ເສດຖະກິດຕ່າງໆລ້ວນ​ແຕ່​ແມ່ນ​ພາກສ່ວນ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ. ທ່ານ​ດຣ ຫງວຽນ​ກວກ​ຮຸ່ງ ​ເນັ້ນໜັກ​ວ່າ:    “​​ໂດຍ​ແມ່ນ​ຊາວ​ຫວຽດນາມ ຜູ້​ໜຶ່ງ​ທີ່ພວມ​​ເຮັດ​ວຽກຢູ່​ລັດ​ເຊຍ, ທັງ​ແມ່ນ​ສະມາຊິກ​ຂອງ​ສະມາຄົມ​ທະ​ນາຍ​ຄວາມ​ຫວຽດນາມ, ຂ້າພະ​ເຈົ້າ​ໄດ້​ຄົ້ນຄ້ວາ​ລັດຖະທຳ​ມະນູນ​ຂອງ​ຫຼາຍ​ປະ​ເທດ, ສະນັ້ນ, ຂ້າພະ​ເຈົ້າມີ​ຂໍ້​ສະ​ເໜີ​ດັ່ງ​ນີ້: ຕ້ອງ​ເພີ່ມ​​ເຂົ້າຄຳ​ນຳ​ຂອງລັດຖະທຳມະນູນສະບັບປັບປຸງ ຫລື​ນຳ​ເຂົ້າພາກ​ເວົ້າ​ເຖິງ​ສິດ​ຂອງ​ມະນຸດ ຄຳ​ນິຍາມ​ກ່ຽວ​ກັບ “ສິດສັນຕິພາບ“ ຄື​ດັ່ງ​ນີ້: ສິດ​ສັນຕິພາບ​ແມ່ນ​ສິດ​ອັນ​ຊອບ​ທຳ ​ແລະ ​ເທົ່າ​ທຽມ​ກັນ, ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ບັນດາ​ສິດ​ເສລີ​ອັນ​ເປັນ​ພື້ນຖານ, ຄວາມ​ຍຸດຕິ​ທຳ​ຂອງ​ມະນຸດ​ໄດ້
ຂ່າວ/ບົດ​ອື່ນ