ສືບຕໍ່ປະຕິບັດນະໂຍບາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ

ສືບຕໍ່ປະຕິບັດນະໂຍບາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ - ảnh 1
ທ່ານນາງ ຫງວຽນທິກິມເງິນຢູ່ ສູນ​ບຳລຸງ​ສຸ​ຂະ​ພາບ​ທະຫານ​ເສຍ​ອົງຄະ ​ແລະ ຜູ້​ມີ​ຄຸນງາມຄວາມດີ ລອງ​ເດີ​ດ
(ພາບ: baomoi.com)
(vovworld) – ຕອນ​ເຊົ້າ​ວັນ​ທີ 5/9, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກິມ​ເງິນ ​ໄດ້​ລົງ​ຢ້ຽມຢາມ​ສູນ​ບຳລຸງ​ສຸ​ຂະ​ພາບ​ທະຫານ​ເສຍ​ອົງຄະ ​ແລະ ຜູ້​ມີ​ຄຸນງາມຄວາມດີ ລອງ​ເດີ​ດ, ​ເທດສະບານ ລອງ​ຫາຍ, ​ເມືອງ ລອງ​ດ່ຽນ, ​ແຂວງ ບ໋າ​ເຣ້ຍ ຫວູງ​ເຕົ່າ, ຢ້ຽມຢາມ​ອະນຸ​ສາ​ວາລີ​ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ຫວໍ​ທິ​ເຊົ໋າ. ນອກຈາກ​ການ​ລ້ຽງ​ດູ​ທະຫານ​ເສຍ​ອົງຄະ, ທະ​ຫານ​ເຈ​ັບປວຍ​ແລ້ວ, ​ແຕ່ລະ​ປີ​ສູນບຳລຸງ​ສຸ​ຂະ​ພາບ​ທະຫານ​ເສຍ​ອົງຄະ ​ແລະ ຜູ້​ມີ​ຄຸນງາມຄວາມດີ ລອງ​ເດີ​ດ ​ໄດ້ຜັດປ່ຽນກັນ​ລ້ຽງ​ດູຜູ້​ມີ​ຄຸນງາມຄວາມດີ​ຂອງ​ບັນດາ​ແຂວງພາກ​ໃຕ້​ແຕ່ 2.500 ຮອດ 3.000 ​ເທື່ອ​ຄົນ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຖື​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພັກ ​ແລະ​ ລັດ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາບ​ບຸລິມະສິດ​ໃຫ້​ແກ່​ຜູ​້ມີ​ຄຸນງາມຄວາມດີ. ສະພາ​ແຫ່ງ​ຊາດ​ໄດ້​ປັບປຸງ​ລັດຖະບັນຍັດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ, ​ໄລຍະ​ຈະ​ມາ​ເຖິງ​ຈະ​ຍົກ​ລັດຖະບັນຍັດຂຶ້ນ​ເປັນ​ກົດໝາຍ​ວ່າ​ດ້ວຍ​ຜູ້ມີ​ຄຸນງາມຄວາມດີ, ກ່ຽວ​ກັບ​ເປົ້າໝາຍ​ກ” ​ໄດ້ຮັບການປັບປຸງກ່ວາ​ເມື່ອ​ທຽບ​ໃສ່​ບັນດາ​ນະ​ໂຍບາຍ​ກົດ​ໝາຍ​ພວມ​ປະກາດ​ໃຊ້.

        ແລະກໍ​່ໃນ​ຕອນ​ເຊົ້າ​ວັນ​ທີ 5/9, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກ​ິມ​ເງິນ ​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ ​ແລະ ຢ້ຽມຢາມ​ອະນຸສາ​ວາລີ​ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ຫວໍ​ທິ​ເຊົ໋າ ຢູ່​ເທດສະບານ​ເດີ​ດ​ໂດ໋, ​ເມືອງ ເດີ​ດ​ໂດ໋.


ຂ່າວ/ບົດ​ອື່ນ