ສືບຕໍ່ປະຕິບັດນະໂຍບາຍອອກວີຊາໃຫ້ສະດວກເພື່ອພັດທະນາການທ່ອງທ່ຽວຢູ່ ຫວຽດນາມ

(VOVWORLD) - ຫວຽດນາມ ຈະສືບຕໍ່ນະໂຍບາຍອອກວີຊາໃຫ້ມີຄວາມສະດວກເພື່ອພັດທະນາການທ່ອງທ່ຽວ
ສືບຕໍ່ປະຕິບັດນະໂຍບາຍອອກວີຊາໃຫ້ສະດວກເພື່ອພັດທະນາການທ່ອງທ່ຽວຢູ່ ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດານັກລົງທຶນ

ຕອນບ່າຍວັນທີ 6 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບນັກລົງທຶນສາກົນໃນຂະແໜງການທ່ອງທ່ຽວມາ ເຂົ້າຮ່ວມເວທີປາໄສຂັ້ນສູງກ່ຽວກັບການທ່ອງທ່ຽວ ຫວຽດນາມ ປີ 2018. ກ່າວຄຳເຫັນຕໍ່ໜ້າບັນດານັກລົງທຶນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ຈະສືບຕໍ່ນະໂຍບາຍອອກວີຊາໃຫ້ມີຄວາມສະດວກເພື່ອພັດທະນາການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ກ່ຽວກັບການພັດທະນາການທ່ອງທ່ຽວ, ຖືນີ້ແມ່ນຂະແໜງເສດຖະກິດປາຍແຫຼມ ແລະ ຢັ້ງຢືນວ່າ: ບັນດານັກລົງທຶນພວມໄປຖືກທິດເມື່ອລົງທຶນເຂົ້າຂົງເຂດນີ້ຢູ່ ຫວຽດນາມ. ເຖິງວ່າ ຂະແໜງການທ່ອງທ່ຽວ ຫວຽດນາມ ມີການເຕີບໂຕດີ, ແຕ່ຕາມທ່ານນາຍົກລັດຖະມົນຕີແລ້ວ, ຂົງເຂດນີ້ຍັງພັດທະນາພາຍໃຕ້ຄວາມສາມາດບົ່ມຊ້ອນ, ຂະໜາດຍັງນ້ອຍເມື່ອທຽບກັບບັນດາປະເທດໃກ້ຄຽງຢູ່ພາກພື້ນ. ທ່ານນາຍົກລັດຖະມົນຕີ ຢາກໄດ້ຮັບຟັງການປະກອບຄຳເຫັນຂອງບັນດານັກລົງທຶນໃນຂົງເຂດນີ້.

        ເມື່ອແລກປ່ຽນກ່ຽວກັບບັນຫານີ້, ທ່ານ Tony Fernander, ຜູ້ລິເລີ່ມ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດການບິນລາຄາຖືກ Air Asia, ສະເໜີໃຫ້ລັດຖະບານ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ນະໂຍບາຍວີຊາ ໃຫ້ມີຄວາມສະດວກກ່ວາອີກ. ໄປຄຽງຄູ່ກັນນັ້ນ, ຄວນມີນະໂຍບາຍດຶງດູດການລົງທຶນເພື່ອສ້າງທ່າອາກາດສະຍານໃໝ່, ເປັນຕົ້ນແມ່ນທ່າອາກາດສະຍານເພື່ອຮັບໃຊ້ສາຍການບິນລາຄາຖືກ. ທ່ານໃຫ້ຮູ້ວ່າ: Air Asia ຄາດວ່າຈະຮ່ວມມືກັບຄູ່ ຮ່ວມມື ຫວຽດນາມ ໃນການພັດທະນາຂົງເຂດການບິນຢູ່ ຫວຽດນາມ.

        ເມື່ອຕີລາຄາສູງກ່ຽວກັບບັນດາຄຳເຫັນປະກອບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ທ່ານໄດ້ເຫັນດີເປັນເອກະພາບ ກັບຄວາມຄິດເຫັນຂອງບັນດານັກລົງທຶນໄດ້ຊີ້ອອກບາງຈຸດເພື່ອພັດທະນາການທ່ອງທ່ຽວ ຫວຽດນາມ ຄື: ສືບຕໍ່ປະຕິບັດນະໂຍບາຍ ອອກວີຊາໃຫ້ສະດວກ. ພັດທະນາ, ຍົກລະດັບພື້ນຖານໂຄງລ່າງດ້ານການບິນ, ໃນນັ້ນເປີດສາຍການບິນ, ມີຄວາມເສລີໃນການບິນ ແມ່ນແຜນນະໂຍບາຍສຳຄັນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ